(vovworld) - ວັນທີ 31/5, ທ່ານປະທານາທິບໍດີຫາກໍໄດ້ຮັບການເລືອກຕັ້ງຂອງ ແຊກເບຍ Tomislav Nikolic ໄດ້ສະບານຕົວຮັບດຳລົງຕຳແໜ່ງ ອາຍຸການ 5 ປີຢ່າງເປັນທາງການພາຍຫຼັງທີ່ສະບານຕົວຢູ່ສະພາແຫ່ງຊາດ. ໃນຄຳສະບານຕົວ, ທ່ານ Nikolic ໄດ້ໃຫ້ຄຳໝັ້ນສັນຍາວ່າຈະມານະພະຍາຍາມປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສ. ແຊກເບຍ, ລວມມີ Kosovo ຄືສ່ວນໜຶ່ງບໍ່ອາດຕັດແຍກອອກຈາກປະເທດໄດ້. ທ່ານ Nikolic ຖະແຫຼງວ່າ: ແຊກເບຍ ຈະເຂົ້າຮ່ວມສະຫະພາບ ເອີລົບ ບົນພື້ນຖານປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນ. ທ່ານປະທານາທິບໍດີ ຄົນໃໝ່ Nikolic ກໍຢືນຢັນວ່າ: ທ່ານມີແຜນນະໂຍບາຍສ້າງສາປະເທດ ແຊກເບຍ ເປັນປະເທດອຳນາດນິຕິບັນຍັດ, ປະຊາທິປະໄຕ ແລະ ຍຸຕິທຳ, ຜ່ານຜ່າວິກິດການສຳເລັດຜົນ, ຕ້ານການສໍ້ລາດບັງຫຼວງຢ່າງມີປະສິດທິຜົນ, ພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ ເພື່ອເຮັດໃຫ້ປະຊາຊົນມີຄວາມໄວ້ເນື້ອເຊື່ອໃຈຕໍ່ອຳນາດການປົກຄອງ ແລະ ບໍ່ຕ້ອງເປັນຫ່ວງເປັນໃຍຕໍ່ອະນາຄົດຂອງປະເທດຊາດ.