ນະຄອນວຽນ ປະເທດໂອຕາລິດ
(ພາບ:tourchauau.com)
( vovworld ) – ວັນທີ 29/5, ປະທານາທິບໍດີ ສາທາລະນະລັດໂອຕາລິດ Heinz Fischer ໄດ້ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຕາມຄຳເຊີນຂອງປະທານປະເທດຫວຽດນາມ Truong Tan Sang ແຕ່ວັນທີ 29-31/5/2012. ການຢ້ຽມຢາມຄັ້ງນີ້ແມ່ນເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ-ໂອຕາລິດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ (1/12/1972-1/12/2012). ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ປະທານາທິບໍດີໂອຕາລິດ ຈະມີການເຈລະຈາກັບປະທານປະເທດຫວຽດນາມ Truong Tan Sang, ພົບປະກັບທ່ານນາຍົກລັດຖະມົນຕີ Nguyen Tan Dung, ປະທານສະພາແຫ່ງຊາດ Nguyen Sinh Hung ແລະ ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ Nguyen Phu Trong. ຄາດວ່າ, ປະທານາທິບໍດີສາທາລະນະລັດໂອຕາລິດ Heinz Fischer ຈະເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ-ໂອຕາລິດ ແລະ ເວທີປາໄສວິທະຍາສາດ-ການສຶກສາ ຫວຽດນາມ. ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ-ໂອຕາລິດ ພວມໄດ້ຮັບການພັດທະນາຢ່າງຕັ້ງໜ້າໃນບັນດາຂົງເຂດການເມືອງ, ເສດຖະກິດ, ການຄ້າ. ປີ 2011, ວົງເງິນການຄ້າສອງສົ້ນບັນລຸເກືອບ 630 ລ້ານໂດລາສະຫະລັດ ແລະ ໂອຕາລິດມີ 19 ໂຄງການພວມລົງທຶນເຂົ້າ ຫວຽດນາມ ດ້ວຍຍອດຈຳນວນທຶນກ່ວາ 50 ລ້ານໂດລາສະຫະລັດ, ຢືນອັນດັບທີ 51 ໃນຈຳນວນທັງໝົດ 94 ປະເທດ ແລະ ເຂດແຄ້ວນລົງທຶນເຂົ້າຫວຽດນາມ. ສອງປະເທດຖືການຊຸກຍູ້ການພົວພັນໃນບັນດາຂົງເຂດວັດທະນະທຳ, ການສຶກສາ ແລະ ການທ່ອງທ່ຽວເປັນສຳຄັນ.
ໜັງສືພິມທີ່ສຳຄັນຕ່າງໆຂອງ ຫວຽດນາມ ສະບັບອອກໃນວັນທີ 29/5 ລ້ວນແຕ່ໄດ້ລົງພິມບົດນຳ, ຂ່າວ ແລະ ຮູບພາບ, ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຂອງປະທານາທິບໍດີໂອຕາລິດ. ບົດນຳທີ່ລົງພິມໃນໜັງສຶພິມກອງທັບປະຊາຊົນ ຫວຽດນາມໄດ້ຢືນຢັນວ່າ, ການຢ້ຽມຢາມຫວຽດນາມ ຂອງ ປະທານາທິບໍດີ ໂອຕາລິດ ແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງ ຫວຽດນາມ-ໂອຕາລິດ.