ປະທານາທິບໍດີBasha Al Assad ມີຄວາມປະເອີບໃຈຕໍ່ແງ່ຫວັງການເຈລະຈາສັນຕິພາບຢູ່ຊີຣີ

ປະທານາທິບໍດີBasha Al Assad ມີຄວາມປະເອີບໃຈຕໍ່ແງ່ຫວັງການເຈລະຈາສັນຕິພາບຢູ່ຊີຣີ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ Bashar Al Assad 
(ພາບ:AFP/TTXVN)

(vovworld) - ​​ວັນ​ທີ 8/1, ກ່າວ​ຄຳ​ເຫັນ​ກັບ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຝ​ຣັ່ງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ Bashar Al Assad ໄດ້​ຢັ້ງ​ຢືນ​ວ່າ ທ່​ານ​ມີ​ຄວາມ​ປະ​ເອ​ີບ​ໃຈ​​ຕໍ່​ການ​ເຈ​ລະ​ຈາ​ສັນ​ຕ​ິ​ພາບຄັ້ງ​ໃຫມ່ ທີ່​ຄາດ​ຄະ​ເນ​ວ່າ​ຈະ​​ດຳ​ເນີນໃນ​ທ້າຍ​ເດືອນນີ້​ຢູ່​ນະ​ຄອນຫຼວງ ອາດ​ຕາ​ນາ, ປະ​ເທດ ກາ​ຢັກ​ສະ​ຖານ.

        ສະ​ມາ​ຊິກ​ຜູ້​ໜຶ່ງ​ຂອງ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຝ​ຣັ່ງ ​ທີ່ພວມ​ຢູ່​ຢ້ຽມ​ຢາມ ຊີ​ຣີ, ທ່ານ Thierry Mariani, ໃຫ້​ຮູ້​ວ່າ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Bashar Al Assad ກໍ່​ໄດ້​ຖະ​ແຫຼງ​ວ່າ ທ່ານ​ພ້ອມແລ້ວ​ທີ່​ຈະເຈ​ລະ​ຈາ​ກັບ​ກຸ່ມ​ທະ​ຫານ​ແຕກ​ທັບ​ເກືອບ 100 ກ​ຸ່ມ​ຕ້ານ​ຄືນ​ອຳ​ນາດ​ການ​ປົກ​ຄອງ Damascus, ເວັ້ນ​ເສຍ​ແຕ່​ບັນ​ດາ​ອົງ​ກາ​ນ​ສົງ​ຄາມ​​ເພື່ອ​ສາ​ສະ​ໜາ. ທ່ານ Thierry Mariani ກໍ່​ໃສ່​ໃຈ​ວ່າ ການ​ນຳ ຊີ​ຣີ ໄດ້​ປະ​ຕິ​ເສດ​ຄຳ​ກ່າວ​ຫາ​ກຳ​ລັງ​​ນີ້​ໄດ້​ກໍ່​ໂທດ​ກຳ​ສົງ​ຄາມ.


ຂ່າວ/ບົດ​ອື່ນ