(vovworld) - ວັນທີ 29/07, ທຳນຽບຂາວໃຫ້ຮູ້ວ່າ, ປະທານາທິບໍດີອາເມລິກາ Barack Obama ປາດຖະໜາວ່າ ສະພາແຫ່ງຊາດຂອງປະເທດນີ້ຮັບຮອງເອົາສົນທິສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ໃນປີ 2016 ນີ້, ເພື່ອແນໃສ່ປະກອບສ່ວນວາງອອກບັນດາຫຼັກການໃຫ້ແກ່ການຄ້າທົ່ວໂລກ ໃນຂະນະທີ່ຍັງຄົງຮັກສາໄດ້ທ່າແກ່ງແຍ້ງຂອງບັນດາປະເທດລົງນາມໃນສັນຍານີ້. ໂຄສົກທຳນຽບຂາວທ່ານ Eric Schultz ຖະແຫຼງວ່າ, ນີ້ແມ່ນວຽກງານເຊິ່ງສະພາແຫ່ງຊາດອາເມລິກາ ຕ້ອງມານະພະຍາຍາມປະຕິບັດ ຖ້າຫາກບໍ່ປະຕິບັດເຂົາເຈົ້າອາດຈະພາດໂອກາດໃຫ້ຈີນ, ເຊິ່ງປະທານາທິບໍດີ Obama ຖືນີ້ແມ່ນວີທີສຳພັດທີ່ຜິດພາດ. ຕາມໂຄສົກທຳນຽບຂາວແລ້ວ, ປະທານາທິບໍດີ Obama ເຊື່ອໝັ້ນຢ່າງແນວແນ່ວ່າ ສັນຍານີ້ຈະໄດ້ຮັບການຮັບຮອງຈາກສະພາແຫ່ງຊາດ ໃນປີ 2016. TPP ໄດ້ຮັບການສ້າງຕັ້ງດ້ວຍຄາດໝາຍຕົ້ນຕໍ່ແມ່ນລົບລ້າງພາສີທຸກປະເພດ ແລະ ຮົ້ວກີດຂວາງສິນຄ້າຂາອອກ, ຂາເຂົ້າ ກໍຄືການບໍລິການລະຫວ່າງບັນດາປະເທດສະມາຊິກ.