ປະທານາທິບໍດີSudanຍັງຄົງເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດAU
ທ່ານປະທານາທິບໍດີ Sudan, Omar Al Bashir
(ພາບອີນເຕແນັດ)
(vovworld) - ວັນທີ 14/06, ທ່ານປະທານາທິບໍດີ Sudan, Omar Al Bashir, ຍັງຄົງເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດສະຫະພາບອາຟລິກາ (AU) ເຊິ່ງຖືກຈັດຂຶ້ນຢູ່ນະຄອນ Johanesburg, ໂດຍບໍ່ຫົວຊາຕໍ່ຂໍ້ມູນທີ່ເວົ້າວ່າ: ມີຜູ້ພິພາກສາອາຟລິກາໃຕ້ ທ່ານໜຶ່ງ ອອກຄໍາສັ່ງຫ້າມທ່ານອອກຈາກປະເທດ ຍ້ອນສານອາຍາສາກົນ (ICC) ພວມສະເໜີຈັບຕົວທ່ານ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ Sudan, Kamal Ismail ຢືນຢັນວ່າ, ເລື່ອງທ່ານປະທານາທິບໍດີ Bashir ເຂົ້າຮ່ວມກອງປະຊຸມສຸດຍອດ AU ຍັງຄົງດຳເນີນໄປເປັນປົກກະຕິ ແລະ ທ່ານປະທານາທິບໍດີຈະກັບເມືອປະເທດພາຍຫຼັງເຂົ້າຮ່ວມກອງປະຊຸມຄົບຄະນະ. ທ່ານປະທານາທິບໍດີ Bashir ຖືກຟ້ອງສານແຕ່ປີ 2009 ດ້ວຍຂໍ້ກ່າວຫາກໍ່ໂທດກຳສົງຄາມ ແລະ ຕ້ານມະນຸດໃນການປະທະກັນຢູ່ເຂດ Dafur, ທາງພາກໃຕ້ Sudan, ເມື່ອປີ 2003.