ປະທານາທິບໍດີYemenຍຸບເລີກຄະນະລັດຖະບານ
ປະທານາທິບໍດີ Yemen ທ່ານ Mansur Hadi
(ພາບ: Reuters)
(vovworld) – ວັນທີ 2/9, ປະທານາທິບໍດີ Yemen ທ່ານ Mansur Hadi ຖະແຫຼງຍຸບເລີກຄະນະລັດຖະບານ ແລະ ປົດຕຳແໜ່ງນາຍົກລັດຖະມົນຕີປະເທດນີ້. ຂໍ້ຕົກລົງນີ້ໄດ້ຍົກອອກມາພາຍຫຼັງກອງປະຊຸມຂອງທ່ານປະທານາທິບໍດີ ກັບລັດຖະບານ (ປະຈຸບັນໄດ້ໝົດອາຍຸການ) ແລະ ຜູ້ຕາງໜ້າຂອງພັກການເມືອງຕ່າງໆ. ສຳນັກຂ່າວສານແຫ່ງຊາດ Saba ໄດ້ໃຫ້ຂ່າວວ່າ: ທ່ານ Hadi ຈະແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່ໃນຮອບເວລາ 1 ອາທິດ, ມຸ່ງໄປເຖິງການສ້າງຕັ້ງລັດຖະບານ “ເອກະພາບ”, ໃນນັ້ນລວມມີທັງຜູ້ຕາງໜ້າກຳລັງລຸກຮື້ຂຶ້ນກັບຊາວ Shiite Houthi ແລະ ສະມາຊິກຂະບວນການແຍກຕົວຢູ່ພາກໃຕ້ Yemen. ບັນດາຕຳແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດ, ກະຊວງພາຍໃນ, ກະຊວງການຕ່າງປະເທດ ແລະ ການເງິນ ໃນລັດຖະບານໃໝ່ຈະໂດຍປະທານາທິບໍດີ ແຕ່ງຕັ້ງ, ບັນດາຕຳແໜ່ງລັດຖະມົນຕີອື່ນຈະໂດຍພັກຝ່າຍອື່ນໆແຕ່ງຕັ້ງ. ນອກຈາກນັ້ນ, ທ່ານປະທານາທິບໍດີ Hadi ກໍ່ໄດ້ຕອບສະໜອງຄຳຮຽກຮ້ອງອື່ນໆຂອງກຸ່ມ Houthi ເມື່ອລົບລ້າງການໜູນຊ່ວຍນ້ຳມັນເຊື້ອເພີງ, ຕາມນັ້ນແລ້ວ, ລາຄານ້ຳມັນ ແລະ ລາຄາກະຊວນຈະຫລຸດຜ່ອນປະມານ 30%.