ປະທານາທິບໍດີຄົນໃໝ່ຂອງອິດສະຣາແອນ ສາບານຕົວເຂົ້າດຳລົງຕຳແໜ່ງ
ປະທານາທິບໍດີຄົນໃໝ່ ຂອງອິດສະຣາແອນ ທ່ານ Reuven Rivlin
|
(vovworld)- ວັນທີ 24/7, ທ່ານ Reuven Rivlin ສະມາຊິກພັກ Likud ອຽງຂວາກຳອຳນາດ ໄດ້ສາບານຕົວເຂົ້າດຳລົງຕຳແໜ່ງປະທານາທິບໍດີຄົນທີ 10 ຂອງອິດສະຣາແອນ. ທີ່ພິທີ ສາບານຕົວເຂົ້າດຳລົງຕຳແໜ່ງປະທານາທິບໍດີຢູ່ສະພາແຫ່ງຊາດ, ປະທານາທິບໍດີຄົນໃໝ່ ທ່ານ Reuven Rivlin ໄດ້ໝັ້ນໝາຍຈະເຮັດຫຼ້ອນໜ້າທີ່ຊອ່ງໄດ້ຮັບມອບໝາຍ, ພ້ອມທັງມີຄຳຖະແຫຼງທີ່ແຂງແກ່ນແນໃສ່ກຸ່ມຮາມາດ, ກ່າວຫາກຸ່ມນີ້ດຳເນີນການກໍ່ການຮ້າຍ ແລະ ໃຊ້ສາມັນຊົນເປັນແຜ່ນກຳບັງ. ທ່ານ Reuven Rivlin ໄດ້ຖືກສະພາແຫ່ງຊາດອິດສະຣາແອນເລືອກຕັ້ງ ເປັນປະທານາທິບໍດີຄົນທີ່ 10ຂອງປະເທດນີ້ ໃນການປ່ອນບັດເມື່ອວັນທີ່ 10/6 ດ້ວຍອັດຕາບັດສະໜັບສະໜູນ 63/120.