ປະທານາທິບໍດີຊີຣີຕັດສິນໃຈບໍ່ເຂົ້າຮ່ວມການເຈລະຈາກັບກຸ່ມປະກອບອາວຸດຝ່າຍຄ້ານ
ປະທານາທິບໍດີ ຊີຣີ Bashar al – Assad
(ພາບປະກອບ)
(vovworld) - ໃນຖະແຫຼງການທີ່ຍົກອອກມາເມື່ອວັນທີ 11/12, ປະທານາທິບໍດີ ຊີຣີ Bashar al – Assad ຢືນຢັນວ່າ, ທ່ານຈະບໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງໃດໆກັບບັນດາກຸ່ມປະກອບອາວຸດຝ່າຍຄ້ານ; ພ້ອມທັງກ່າວຫາ ວໍຊິງຕັນ ພ້ອມກັບພັນທະມິດ ຊາອຸດິ ອາຣາເບຍ ພວມປາຖະໜາຢາກໃຫ້ “ບັນດາກຸ່ມກໍ່ການຮ້າຍ“ ເຂົ້າຮ່ວມການເຈລະຈາຕ່າງໆ. ຄຳຖະແຫຼງຂອງປະທານາທິບໍດີ Assad ຖືກຍົກອອກມາໃນການປະຊຸມຂ່າວຢູ່ນະຄອນຫຼວງ Riyadh, ພາຍຫຼັງທີ່ກຸ່ມຝ່າຍຄ້ານຢູ່ ຊີຣີ ເຫັນດີສ້າງຕັ້ງຄະນະຜູ້ແທນລວມ ເພື່ອເຈລະຈາກັບລັດຖະບານ ຊີຣີ, ເຊິ່ງຄາດວ່າຈະຈັດຕັ້ງໃນປີ 2016 ບົນພື້ນຖານຖະແຫຼງການ ເຊີແນວ ທີ່ບັນລຸໄດ້ເມື່ອວັນທີ 30/6/2012.