ປະທານາທິບໍດີຊົ່ວຄາວຢູແກຼນບໍ່ຍອມຮັບອຳນາດການປົກຄອງສ.Crimea

ປະທານາທິບໍດີຊົ່ວຄາວຢູແກຼນບໍ່ຍອມຮັບອຳນາດການປົກຄອງສ.Crimea - ảnh 1
ທະຫານປິດລ້ອມສະຖານທີ່ແຫ່ງໜຶ່ງຢູ່ Crimea
(ພາບ: tinngan.vn)


(vovworld) – ປະຕິກິ​ລິ​ຍາ​ຕໍ່ໜ້າ​ເລື່ອງ ສ. ປົກຄອງ​ດ້ວຍ​ຕົນ​ເອງ ​Crimea ​ໃນ​ວັນ​ທີ 6/3 ທີ່ປ່ອນບັດ​ເຫັນ​ດີ​ເປັນ​ເອກະສັນ​ໂຮມເຂດ​ດິນ​ແດນ​ນີ້​ເຂົ້າ ສະຫະພັນ ລັດ​ເຊຍ ດ້ວຍ​ຖານະ​​​ເປັນ​ເຂດ​ແຄ້ວ​ນ​ເອກະລາດ​, ທ່ານ​ປະທານ​ນາ​ທິບໍດີ​ຊົ່ວຄາວ ຢູ​ແກຼນ Oleksander Turchinov ຖະ​ແຫຼ​ງວ່າ: ອຳນາດປົກຄອງຢູ່ທີ່ນີ້ແມ່ນຜິດກົດໝາຍ.

    ທ່ານ Turchinov  ຖືວ່າ: ອຳນາດການປົກຄອງຢູ່ ​Crimea ແມ່ນຜິດກົດໝາຍ, ລວມມີລັດຖະສະພາ ແລະ ລັດຖະບານ, ແລະທ່ານຈະບໍ່ອອກຖະແຫຼງການກ່ຽວກັບ ​Crimea. ໃນຂະນະນັ້ນ, ທ່ານຮອງນາຍົກລັດຖະມົນຕີຜູ້ທີ່ໜຶ່ງ​ແຫ່ງ ສ. ປົກຄອງ​ດ້ວຍ​ຕົນ​ເອງ ​Crimea Rustam Temirgaliev ​ເນັ້ນ​ໜັກ​ວ່າ: ມະຕິ​ກ່ຽວ​ກັບ​ການ​ໂຮມ​ເຂົ້າ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ສະຫະພັນ ລັດ​ເຊຍ​ ຂອງ​ອຳນາດ​ການ​ປົກຄອງ ​Crimea ມີ​ຜົນ​ສັກສິດ ​ແລະ ບັນດາ​ທະຫານ ຢູ​ແກຼນ ​ໃນ​​ເຂດ​ດິນ​ແດນ Crimea ຈະ​ໄດ້​ຮັບ​ຖື​ວ່າ​ແມ່ນ “ພວກຮຸກ​ຮານ​”, ດັ່ງ​ນັ້ນ​ຕ້ອງ​ປະລະ​ອາວຸດ ຫຼື ອອກ​ຈາກ​ເຂດ​ດິນ​ນີ້.

    ກ່​ອນໜ້າ​ນັ້ນ, ລັດຖະສະພາ​ຂອງ​ປະ​ເທດ ສ. ປົກຄອງ​ດ້ວຍ​ຕົນ​ເອງ Crimea ​ໄດ້​ປ່ອນ​ບັດ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ເລື່ອງ​ໂຮມ Crimea ​ເຂົ້າ​ກັບສະຫະພັນ ລັດ​ເຊຍ, ພ້ອມ​ທັງ​ກຳນົດ​ຈຸດ​ເວລາ​ດຳ​ເນີນ​ການ​ລົງປະຊາ​ມະຕິ​ຢູ່ Crimea ກ່ຽວ​ກັບ​ບັນຫາ​ນີ້​ໃນ​ວັນ​ທີ 16/3 ຈະ​ມາ​ເຖິງ.

    ​​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກຳມະການ​ຄະນະ​ລັດຖະບານ ຈີນ ຢ່າງ​ເຈຍ​ຊື້ ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທີ່​ປຶ​ກສາ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ອາ​ເມ​ລິ​ກາ ທ່ານ​ນາງ Susan Rice ກ່ຽວ​ກັບສະພາບ​ການ​ຢູ່ ຢູ​ແກຼນ, ​ໄດ້​ເນັ້ນ​ໜັກ​ເຖິງ​ບັນດາ​ສິດ ​ແລະ ສິດຜົນປະ​ໂຫຍດທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ບັນດາ​ກຸ່ມ​​ຊົນ​ເຜົ່າ​ສ່ວນ​ໜ້ອຍ ຢູ​ແກຼນ ​ຄວນໄດ້​ຮັບ​ຄວາມ​ເອົາ​​ໃຈ​ໃສ່ເມື່ອ​ແກ້​ໄຂ​ບັນຫາ​ຢູ່​ປະ​ເທດ​ນີ້.



ຂ່າວ/ບົດ​ອື່ນ