ປະທານາທິບໍດີຕວກກີຮຽກຮ້ອງຜັນຂະຫຍາຍທະຫານບົກຕ້ານIS

ປະທານາທິບໍດີຕວກກີຮຽກຮ້ອງຜັນຂະຫຍາຍທະຫານບົກຕ້ານIS - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ Recep Tayyip Erdogan
(ພາບ: AFP/TTXVN)


(vovworld) – ວັນ​ທີ 7/10, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ Recep Tayyip Erdogan ຖື​ວ່າ: ຕ້ອງ​ຜັນ​ຂະ​ຫຍາຍ​ກຳ​ລັງ​ທະ​ຫານ​ບົກ ສະ​ກັດ​ກັ້ນ​ບັນ​ດາ​ມື​ປືນ​ຂຶ້ນ​ກັບ​ອົງ​ການ “ລັດ​ອິດ​ສະ​ລາມ” (IS)  ຂະ​ໜານ​ນາມ​ເອງ​ ພາຍ​ຫຼັງ​ການ​ກ່າວ​ເຕືອນ​ເທດ​ສະ​ບານ​ເມືອງ​ຊາຍ​ແດນ Kobane ຂອງ ຊີ​ຣີ ມີ​ໄພ​ຈະ​ຕົກ​ເຂົ້າ​ສູ່​​ກຳ​ມື​ຂອງກຳ​ລັງ​ນີ້. ທ່ານ Erdogan ຖື​ວ່າ: ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໂດຍ​ສຳ​ພັນ​ທະ​ມິດ​ດຳ​ເນີນ​ໄປ​ເພື່ອ​ໜູນ​ຊ່ວຍບັນ​ດາ​ທະ​ຫານ​ຊາວ Kurdish ຕ້ານ IS  ບໍ່​ມີ​ຄວາມ​ສາ​ມາດ​ປົກ​ປ້ອງ​ເທດ​ສະ​ບານ Kobane. ທ່ານກໍ່​ໃຫ​້​ຮູ້​ວ່າ: ໄດ້​ແລກ​ປ່ຽນ​ທັດ​ສະ​ນະ​ນີ້​ກັບ​ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ໃນ​ສຳ​ພັນ​ທະ​ມິດຕ້ານ IS ໂດຍ ອ​າ​ເມ​ລິ​ກາ ນຳ​ໜ້າ​ຢ່າງ​ຈະ​ແຈ້ງ.

        ເທດ​ສະ​ບານ Kobane, ແມ່ນ​ນະ​ຄອນ​ມີ​ຊາວ Kurd ດຳ​ລົງ​ຊີ​ວິດ​ເປັນ​ຈຳ​ນວນຫຼາຍ, ໄດ້​ກາຍ​ເປັນ​ຈຸດ​ຮ້ອນ​ເຮັ່ງ​ເກີດ​ການ​ປະ​ທະ​ກັນ​ໃນ​ຕະຫຼອດ 2 ​ອາ​ທິດ​ຜ່ານ​ມາ​ເມື່ອ​ບັນ​ດາ​ມື​ປືນ IS ຍູ້​ແຮງ​ບັນ​ດາບັ້​ນ​ບຸກ​ໂຈມ​ຕີ​ຢ​ູ່​ທີ່ນີ້. ບັນ​ດາ​ແຫຼ່ງ​ຂ່າວ​ໃຫ້​ຮູ້​ວ່າ: IS ໄດ້​ຄວບ​ຄຸມ​ໝູ່​ບ້ານ​ນັບ​ຮ້ອຍ​ແຫ່ງ ແລະ ໄດ້​​ປິດ​ລ້ອມ 3 ເຂດ​ຊານ​ນະ​ຄອ​ນ​ໄປ​ເຖິງ​ເທດ​ສະ​ບານເມືອງແຫ່ງນີ້.


ຂ່າວ/ບົດ​ອື່ນ