ປະທານາທິບໍດີປາແລດສະຕີນເຊັນຮັບຮອງເອົາຂໍ້ສະເໜີເຂົ້າຮ່ວມ20ສົນທິສັນຍາແລະອົງການສາກົນ
ໂດຍແມ່ນທ່ານປະທານາທິບໍດີ ປາແລດສະຕີນ Mahmud Abbas
(ພາບປະກອບ)
|
(vovworld) – ປະທານາທິບໍດີ ປາແລດສະຕີນ ເຊັນຮັບຮອງເອົາຂໍ້ສະເໜີເຂົ້າຮ່ວມ 20 ສົນທິສັນຍາ ແລະ ອົງການສາກົນ - ຂໍ້ສະເໜີດັ່ງກ່າວໂດຍແມ່ນທ່ານປະທານາທິບໍດີ ປາແລດສະຕີນ Mahmud Abbas ເຊັນຮັບຮອງເອົາໃນວັນທີ 31/12. ໃນຈຳນວນ 20 ສົນທິສັນຍາ ແລະ ອົງການສາກົນມີສານອາຍາສາກົນ (ICC), ເປີດຊ່ອງທາງເພື່ອໃຫ້ປະແລດສະຕີນ ສາມາດຈະຮ້ອງຟ້ອງ ອິດສະຣາແອນ ຂຶ້ນສານ ICC. ຕາມປະທານາທິບໍດີ Abbas ແລ້ວ, ການກະທຳນີ້ຖືກຕ້ອງກັບສິດຜົນປະໂຫຍດຂອງຊາວ ປາແລດສະຕີນ ມຸ່ງໄປເຖິງຈຸດໝາຍສ້າງຕັ້ງລັດ ປະແລດສະຕີນ ເອກະລາດ ໃນບັນດາເສັ້ນຊາຍແດນປີ 1967.