ປະທານາທິບໍດີຝຣັ່ງFrancois Hollandeໄປຢ້ຽມຢາມນະຄອນໂຮ່ຈີມິນ

ປະທານາທິບໍດີຝຣັ່ງFrancois Hollandeໄປຢ້ຽມຢາມນະຄອນໂຮ່ຈີມິນ - ảnh 1

ປະທານາທິບໍດີຝຣັ່ງFrancois Hollandeໄປຢ້ຽມຢາມນະຄອນໂຮ່ຈີມິນ

(vovworld) –  ​ໃນຂອບ​ເຂດການ​ຢ້ຽມຢາມ ຫວຽດນາມ, ຕອນ​ຄຳ່​ວັນ​ທີ 6/9, ທ່ານ​ປະທານາທິບໍດີ ຝຣັ່ງ Francois Hollande ​ໄດ້​ໄປ​ຮອດນະຄອນ ​ໂຮ່ຈີ​ມິນ ​ແລະ ​ເລີ່​ມການ​ເຄື່ອນ​ໄຫວ​ຢ້ຽມຢາມ​ນະຄອນ​ນີ້. ຕາມ​ໂຄງການ​ດຳ​ເນີນ​ງານ​ແລ້ວ, ຕອນ​ເຊົ້າ​ວັນ​ທີ 7/9, ທ່ານ​ປະທານາທິບໍດີ Francois Hollande ຈະ​ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ​ຊອບ​ແວ​ໜຸ່ມ​ທີ່​ບໍລິສັດ Linkbynet, ຢ້ຽມຢາມ​ໂຮງໝໍ​ປົວຫົ​ວ​ໃຈ ຟ້າ​ມງອກ​ແທກ ​ແລະ ມີ​ການ​ພົບ​ປະກັບ​ ທ່ານ ດິງ​ລາ​ທັງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ ​ແລະ ທ່ານ ຫງວຽນ​ແທ່ງ​ຟອງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ. ຫຼັງ​ຈາກ​ນັ້ນ, ທ່ານ Francois Hollande ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນ ​ໂຮ່ຈີ​ມິນ ​ກັບ​ເມື່ອ ຝຣັ່ງ ສິ້ນ​ສຸດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ຫວຽດນາມ ຢ່າງ​ເປັນ​ທາງ​ການ.


ຂ່າວ/ບົດ​ອື່ນ