ປະທານາທິບໍດີຝຣັ່ງແລະຟິລິບປິນຮຽກຮ້ອງກະທຳຕ້ານການປ່ຽນແປງຂອງດິນຟ້າອາກາດ

ປະທານາທິບໍດີຝຣັ່ງແລະຟິລິບປິນຮຽກຮ້ອງກະທຳຕ້ານການປ່ຽນແປງຂອງດິນຟ້າອາກາດ - ảnh 1
​ປະ​ທາ​ນາ​ທິ​ບໍ​ດີ ຝຣັ່ງ Francois Hollande ແລະ ​ປະ​ທາ​ນາ​ທິ​ບໍ​ດີ ຟິ​ລິບ​ປິນ Benigno Aquino 3
(ພາບ: AFP)

(vovworld) –  ​ວັນ​ທີ 26/2, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝຣັ່ງ Francois Hollande ໄດ​້​ໄປ​ຍັງ ຟິ​ລິບ​ປິນ ໃນ​​ຂອບ​ເຂດການ​ຢ້ຽມ​ຢາມ​ຄັ້ງ​ທຳ​ອິດ​ຂອງ​ປະ​ມຸກ​ລັດ ຝ​ຣັ່ງ ໄປ​ຍັງ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ນີ້. ການ​ຢ້ຽມ​ຢາມ​ແມ່ນ​ສ່ວນ​ໜຶ່ງ​ໃນ​ບັ້​ນ​ເຄື່ອນ​ໄຫວ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ສ້າງ​ທ່າ​​ດ້ານການ​ທູດ​ກ່ອນ​ທີ່​ຈັດ​ກອງ​ປະ​ຊຸມ​ສຸດຍອດ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ​ຊຶ່ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ຢູ່ ປາ​ຣີ ໃນ​ທ້າຍ​ປີນີ້.

        ທີ່​ການ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟິ​ລິບ​ປິນ Benigno Aquino 3, ການນ​​ຳ 2 ທ່ານ​ໄດ້​ຮຽກ​ຮ້ອງ​ປະ​ຊາ​ຄົມ​ໂລກ​ກະ​ທຳ​ຢ່າງ​ຮີບ​ດ່ວນ​ເພື່ອ​ຕ້ານ​ຄືນ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ເຊິ່ງ​ຈຸດ​ໝາຍ​ແມ່ນ​ເຊັນ​ຂໍ້​ຕົກ​ລົງ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກ​າດ​ທີ່ກອງ​ປະ​ຊຸມ​ດິນ​ຟ້າອ​າ​ກາດ​ຄັ້ງ​ທີ 21 ຂອງ ສ​ປ​ຊ (COP – 21), ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ນະ​ຄອນຫຼວງ ປາ​ຣີ, ປະ​ເທດ ຝ​ຣັ່ງ ໃນ​ເດືອນ 12 ຈະ​ມາ​ເຖິງ. ຂໍ້​ຕົກ​ລົງ​ໃໝ່​ນີ້​ຈະ​​ທົດແທນ​ໃຫ້​ສົນ​ທິ​ສັນ​ຍາ Kyoto ທີ່​ໝົດ​ກຳ​ນົດ​ເວ​ລາ​ໃນ​ປີ 2020, ດ້ວຍ​ເນື້ອ​ໃນ​ຊຸກ​ຍູ້​​ເປົ້າ​ໝາຍ​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ສະ​ກັດ​ກັ້​ນ​​ເລື່ອງອຸນ​ຫະ​ພຸມ​ທົ່ວ​ໂລກ​​ອຸ່ນຂຶ້ນ 2 ອົງ​ສາ ເມື່ອ​ທ​ຽບ​ໃສ່​ໄລ​ຍະ​ກ່ອນ​ອຸດ​ສາ​ຫະ​ກຳ.

 


ຂ່າວ/ບົດ​ອື່ນ