ປະທານາທິບໍດີຝລັ່ງ ປະກາດຄະນະລັດຖະບານຊຸດໃໝ່
(VOVWORLD) -ທ່ານ Emmanuel Macron ປະທານາທິບໍດີຝລັ່ງ ຄາດວ່າຈະປະກາດສະມາຊິກຂອງຄະນະລັດຖະບານຊຸດໃໝ່ໃນວັນທີ 6 ກໍລະກົດ, ພາຍຫຼັງ ແຕ່ງຕັ້ງທ່ານ Jean Castex ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດນີ້.
ທ່ານ Emmanuel Macron ປະທານາທິບໍດີຝລັ່ງ (ພາບ: TTXVN) |
ຕາມແຫຼ່ງຂ່າວໜຶ່ງໄດ້ຊີ້ແຈ້ງວ່າ, ຄະນະລັດຖະບານຊຸດໃໝ່ຈະລວມມີລັດຖະມົນຕີ 20 ທ່ານ. ບັນດາລັດຖະມົນຕີຈະໄດ້ຮັບການແຕ່ງຕັ້ງໃນ ໄລຍະທີ 2.
ຂ່າວຄາວດັ່ງກ່າວໄດ້ຍົກອອກໃນສະພາບການເວທີການເມືອງຂອງຝລັ່ງພວມດຶງດູດຄວາມສົນໃຈຂອງຫາງສຽງທັງຢູ່ພາຍໃນ ແລະ ຕ່າງປະເທດ, ພາຍຫຼັງ ທ່ານ Edouard Philippe ຂໍລາອອກຈາກຕຳແໜ່ງເປັນນາຍົກລັດຖະມົນຕີ ແບບບໍ່ຄາດຄິດໃນວັນທີ 3 ກໍລະກົດທີ່ຜ່ານມາ. ຫຼັງຈາກນັ້ນທ່ານ Emmanuel Macron ໄດ້ ບົ່ງຕົວ ທ່ານ Jean Castex ດຳລົງຕຳແໜ່ງນາຍົກລັດຖະມົນຕີແທນທ່ານ Philippe ແລະ ສ້າງຕັ້ງລັດຖະບານຊຸດໃໝ່.