ປະທານາທິບໍດີຝລັ່ງ ພົບປະກັບປະຊາຄົມຊາວອາຊີເນື່ອງໃນໂອກາດບຸນປີໃໝ່ປະເພນີ
ທ່ານປະທານາທິບໍດີຝລັ່ງ Francois Hollande
(ພາບ: vietnamplus.vn)
(vovworld) – ເນື່ອງໃນໂອກາດບຸນປີໃໝ່ປະເພນີຂອງປະຊາຊົນບັນດາປະເທດອາຊີ, ທ່ານປະທານາທິບໍດີຝລັ່ງ Francois Hollande ໄດ້ຈັດຕັ້ງການພົບປະ ແລະ ອວຍພອນປະຊາຄົນຊາວອາຊີ ປະຈຳຝລັ່ງ ໃນຕອນຄໍ່າວັນທີ 16/02, ຢູ່ວັງ Elysee.
ກ່າວຄຳເຫັນທີ່ການພົບປະກັບຜູ້ຕາງໜ້າບັນດາປະຊາຄົມຊາວອາຊີທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຝລັ່ງ, ທ່ານປະທານາທິບໍດີ Francois Hollande ເນັ້ນໜັກເຖິງປະຫວັດສາດອັນຍາວນານຂອງອາຊີ ກັບຝລັ່ງ ແລະ ຢືນຢັນວ່າບັນດາລຸ້ນລູກລຸ້ນຫຼານຊາວອາຊີ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຝລັ່ງ ກໍ່ແມ່ນບັນດາພົນລະເມືອງຝລັ່ງ. ກ່ຽວຂ້ອງເຖິງຫວຽດນາມ, ທ່ານປະທານາທິບໍດີຝລັ່ງ ຢືນຢັນວ່າ “ຫວຽດນາມ ແລະ ຝລັ່ງ ເຄີຍຕິດພັນຍ້ອນເຫດຜົນປະຫວັດສາດ, ສິ່ງທົດສອບນາໆປະການ ແລະ ປະຊາຄົມຊາວຫວຽດນາມ ທີ່ຂະຫຍັນຂັນເຂື່ອນ, ຕັ້ງໜ້າຢູ່ຝລັ່ງ. 2 ປະເທດໄດ້ລົງນາມໃນສັນຍາຄູ່ຮ່ວມມືຍຸດທະສາດໃນປີ 2013. ປີ 2014 ໄດ້ຈັດການເຄື່ອນໄຫວຕ່າງໆທີ່ໜ້າປະທັບໃຈ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ 2 ຝ່າຍ. ນີ້ແມ່ນໂອກາດສຳຄັນເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດພາສາສາດ ແລະ ວັດທະນະທຳ”.