(vovworld) - ກະຊວງການຕ່າງປະເທດໄທ ອອກແຈ້ງການໃຫ້ຮູ້ວ່າ ທ່ານປະທານາທິບໍດີມ້ຽນມາ U Thein Sein ໄດ້ອະໄພຍະໂທດໃຫ້ນັກໂທດໄທ 83 ຄົນ ແລະ ບັນດາບຸກຄົນເຫຼົ່ານີ້ໄດ້ຮັບການປ່ອຍຕົວໃນວັນທີ 18/9. ແຈ້ງການຊີ້ແຈ້ງວ່າຂໍ້ຕົກລົງອະໄພໂທດນີ້ ແມ່ນສ່ອງແສງເຖິງການພົວພັນອັນດີງາມລະຫວ່າງສອງປະເທດ. ກ່ອນໜ້ານັ້ນ, ສານແຫ່ງໜຶ່ງຢູ່ມ້ຽນມາ ໄດ້ຕັດສິນຈຳຄຸກ 3 ປີເຄິ່ງສຳລັບຊາວໄທ 92 ຄົນ, ໃນນັ້ນມີແມ່ຍິງ 10 ຄົນ, ດ້ວຍໂທດແຊກຊຶມອະທິປະໄຕມ້ຽນມາ ຢ່າງຜິດກົດໝາຍ ແລະ ທຳລາຍປ່າ. ທັງ 92 ຄົນນີ້ຖືກກັກຂັງຢູ່ມ້ຽນມາ ແຕ່ເດືອນ 7 ຜ່ານມາ.