ປະທານາທິບໍດີລັດເຊຍ Vladimir Putin ຢືນຢັນ ພ້ອມແລ້ວແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີຂອງ ຢູກະແຣນ
ປະທານາທິບໍດີລັດເຊຍ Vladimir Putin ຕອບສຳພາດນັກຂ່າວ ຜ່ານເຄືອຂ່າຍອິນເຕີເນັດ
( ພາບ :RIA Novosti)
|
(vovworld)- ໃນການແລກປ່ຽນທາງເຄືອຂ່າຍ ອີນເຕີແນັດ ທີ່ແກ່ຍາວເປັນເວລາເກືອບ 4 ຊົ່ວໂມງເມື່ອຕອນບ່າຍວັນທີ 17/4 ( ຕາມເວລາຫວຽດນາມ ) , ປະທານາທິບໍດີລັດເຊຍ Vladimir Putin ຖະແຫຼງວ່າ ລັດເຊຍໄດ້ ແລະ ຍາມໃດກໍຮຽງບ່າຮຽງໄຫຼ່ກັບ ຢູກະແຣນ ແລະ ເຖິງວ່າອຳນາດການປົກຄອງປະຈຸບັນຢູ່ປະເທດນີ້ ແມ່ນຜິດກົດໝາຍ, ແຕ່ມົດສະກູບໍ່ປະຕິເສດພົບປະກັບບໍ່ວ່ານັກການເມືອງຄົນໃດ.
ປະທານາທິບໍດີລັດເຊຍ Vladimir Putin ຢືນຢັນວ່າ ປະເທດນີ້ພ້ອມແລ້ວທີ່ຈະແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະ ເປປັນອ້າຍນ້ອງທີ່ໃກ້ຊິດສະໜິດສະໜົມເພື່ອຊ່ວຍບັນດາແຂວງຂອງ ຢູກະແຣນ ເຂົ້າໃຈຊຶ່ງກັນ ແລະ ກັນ. ກ່ຽວກັບວິກິດການຢູ່ ຢູກະແຣນໃນປະຈຸບັນ, ປະທານາທິບໍດີລັດເຊຍ Vladimir Putin ຖືວ່າ ວິທີການແກ້ໄຂບໍ່ແມ່ນລັດເຊຍ ແລະ ອາເມລິກາຕັດສິນ, ຫາກແມ່ນລະຫວ່າງບັນດາກຳລັງການເມືອງຢູ່ປະເທດນີ້. ປະທານາທິບໍດີລັດເຊຍ Vladimir Putin ປາດຖະໜາວ່າ ຈະຊອກຫາວິທີການແກ້ໄຂເພື່ອຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ປະຊາຊົນຢູ່ແຫ່ງນີ້.