ປະທານາທິບໍດີລັດເຊຍ V.Putinຢືນຢັ້ນລັດເຊຍສືບຕໍ່ລະດັບການເຕີບໂຕເສດຖະກິດ
ທ່ານປະທານາທິບໍດີລັດເຊຍ Vladimir Putin
(ພາບ: vtv.vn)
(vovworld) – ຕອນບ່າຍວັນທີ 18/12, ຢູ່ມົດສະກູ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຕອບຄຳຖາມໃນການປະຊຸມຂ່າວປະຈຳປີ ດ້ວຍການເຂົ້າຮ່ວມຂອງນັກຂ່າວພາຍໃນ ແລະ ຕ່າງປະເທດປະມານ 1200 ຄົນ. ຢູ່ທີ່ນີ້, ທ່ານ Putin ຢືນຢັນວ່າ, ເລື່ອງຫຼຸດພົ້ນອອກຈາກສະພາບຄວາມຫຍຸ້ງຍາກໃນປະຈຸບັນ ແລະ ເລື່ອງ ລັດເຊຍ ສືບຕໍ່ເຕີບໂຕເສດຖະກິດແມ່ນບັນຫາທີ່ຈຳເປັນ, ເຖິງວ່າລະດັບເຕີບໂຕຈະຊັກຊ້າໄວ້.
ກ່ຽວກັບດ້ານເງິນຕາ, ທ່ານ Putin ຖືວ່າ, ທະນາຄານສູນກາງ ລັດເຊຍ ໄດ້ມີບັນດາມາດຕະການທີ່ເໝາະສົມ, ເຖິງວ່າຍັງມີບາງບັນຫາທີ່ຍັງຄົງຄ້າງກໍ່ຕາມ. ຕາມທ່ານແລ້ວ, ວິກິດການເສດຖະກິດໃນປະຈຸບັນອາດຈະແກ່ຍາວໃນໄລຍະ 2 ປີອີກ, ແຕ່ເສດຖະກິດ ລັດເຊຍ ສາມາດຈະຟື້ນຕົວໄວກວ່າ, ຖ້າຫາກບັນດາປັດໃຈຢູ່ນອກມີການປ່ຽນແປງຢ່າງຕັ້ງໜ້າ.
ເມື່ອເຕື້ອງເຖິງການພົວພັນຕ່າງປະເທດ, ທ່ານປະທານາທິບໍດີ Putin ຊີ້ແຈ້ງທັດສະນະຂັນແຂງຂອງລັດເຊຍວ່າ, ໃນສະພາບວິກິດການເສດຖະກິດນັ້ນ, ຕ້ອງຍົກອອກສັນຍານສ້າງສະພາບຄວາມສະຫງົບປອດໄພລວມໃຫ້ບັນດາຄູ່ຮ່ວມມື.
ເມື່ອເຕື້ອງເຖິງສະພາບ ຢູແກຼນຕາເວັນອອກ, ປະທານາທິບໍດີ Putin ຢືນຢັນວ່າ, ຢູ່ກີແອບ ໄດ້ເກີດສະພາບລັດຖະປະຫານ. ຕາມທ່ານແລ້ວ, ການກະທຳຄືດັ່ງກ່າວແມ່ນເຮັດໃຫ້ປະຊາຊົນຢູແກຼນບໍ່ມີອະນາຄົດ, ແລະ ລັດເຊຍພ້ອມແລ້ວທີ່ຈະເປັນຄົນກາງໄກ່ເກ່ຍ ເພື່ອຟື້ນຟູສັນຕິພາບຢູ່ປະເທດບ້ານໃກ້ເຮືອນຄຽງ.