ປະທານາທິບໍດີລັດເຊຍ ແຕ່ງຕັ້ງບັນດາການນຳ Crimea ແລະ Sevastopol
ທ່ານ V.Putin ແລະ ທ່ານ Sergei Aksyonov
(ພາບ: AFP/TTXVN)
(vovworld)- ວັນທີ 14/4, ປະທານາທິບໍດີລັດເຊຍ V.Putin ໄດ້ແຕ່ງຕັ້ງທ່ານ Sergei Aksyonov ເປັນການນຳຊົ່ວຄາວຂອງ Crimea. ໃນການພົບປະກັບທ່ານ Sergei Aksyonov, ປະທານາທິບໍດີລັດເຊຍ V.Putin ໃຫ້ຮູ້ວ່າ: ການແຕ່ງຕັ້ງການນຳ Crimea ແມ່ນຈຳເປັນ ແລະ ສອດຄ່ອງກັບກົດໝາຍປະກາດໃຊ້ໃນປະຈຸບັນຂອງສະຫະພັນລັດເຊຍ.
ໃນວັນດຽວກັນ, ປະທານາທິບໍດີລັດເຊຍ V.Putin ກໍ່ໄດ້ແຕ່ງຕັ້ງທ່ານ Sergei Menyailo ເປັນຜູ້ຮັກສາການການນຳ Sevastopol ຕາມຂໍ້ສະເໜີຂອງທ່ານ Aleksei Chalyi ຜູ້ໄດ້ຮັບການບົ່ງຕົວເປັນຜູ້ອຳນວຍການອົງການພັດທະນາຍຸດທະສາດ Sevastopol. ທີ່ການພົບປະກັບທ່ານປະທານາທິບໍດີລັດເຊຍ V.Putin, ທ່ານ Menyailo ຖືວ່າ: ໜ້າທີ່ໃນສະເພາະໜ້າຂອງ Sevastopol ແມ່ນຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ສ້າງໂຄງປະກອບອຳນາດການປົກຄອງສຳເລັດ ແລະ ສຳຄັນທີ່ສຸດແມ່ນຫລຸດຜ່ອນຄວາມເຄັ່ງຕຶງໃນສັງຄົມ./.