ປະທານາທິບໍດີລັດເຊຍສືບຕໍ່ການພົບປະຂັ້ນສູງຢູ່ນອກງານມະຫາກຳກິລາSochi

ປະທານາທິບໍດີລັດເຊຍສືບຕໍ່ການພົບປະຂັ້ນສູງຢູ່ນອກງານມະຫາກຳກິລາSochi - ảnh 1
ທ່ານປະທານາທິບໍດີ Vladimir Putin  ແລະ ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບ: RIA/EPA)

(vovworld) – ຢູ່​ນອກ​ບັນດາ​ການ​ເຄື່ອນ​ໄຫວ​ກິລາ​ໃນ​ມື້​ທຳ​ອິດ​ພາຍຫຼັງ​ພິທີ​ໄຂ​ງານ​ແຂ່ງຂັນກິລາ​ລະດູ​ໜາວ​ Olympic Sochi 2014, ວັນ​ທີ 8/2 ສືບ​ຕໍ່​ດຳ​ເນີນ​ການ​ພົບ​ປະຂັ້ນ​ສູງ​ລະ​ຫວ່າງ​ປະທານາທິບໍດີ ລັດ​ເຊຍ Vladimir Putin ກັບ​ບັນດາ​ການ​ນຳຂັ້ນ​ສູງ​ຂອງ​ປະ​ເທດ​ຕ່າງໆ​ທີ່​ມີ​ນັກ​ກິລາ​ເຂົ້າ​ຮ່ວມ Olympic Sochi. ທີ່​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານ​ປະທານາທິບໍດີ Putin ຢືນຢັນ​ວ່າ:

    “ພວກ​ເຮົາ​ພວມ​ພ້ອມ​ກັນ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ໃນຂອບ​ເຂດ​ບັນດາ​ອົງການ​ສາກົນ. ມີ​ຫຼາຍ​ກົນ​ໄກ​ໃໝ່​ໃນ​ການ​ພົວພັນລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​, ​ໃນ​ນັ້ນ​ການ​ຮ່ວມ​ມື​​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ ພວມ​ກາຍ​ເປັນ​ຈຸດ​ສຳຄັນ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຊື່ອ​ໝັ້ນ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພວກ​ເຮົາ. ບັນດາ​ການ​ພົວພັນ​ດ້ານ​ເສດຖະກິດ - ການ​ຄ້າ​ໄດ້​ຮັບ​ການ​ເປີດ​ກ້ວາງ. ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ເງື່ອນ​ໄຂ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ລະຫວ່າງ​ຊາດ​ທີ່ສັບສົນ​ທີ່​ສຸດ.”

    ສ່ວນ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ກໍ່​ສະ​ແດງ​ຄວາມ​ຫວັງ​ຢາກ​ຮັດ​ແໜ້ນ​ການ​ພົວພັນ 2 ຝ່າຍ​ໃນ​ອະນາຄົດ.


ຂ່າວ/ບົດ​ອື່ນ