ປະທານາທິບໍດີລັດເຊຍ,ອາເມລິກາປຶກສາຫາລືກ່ຽວກັບສະພາບການຢູແກຼນ,Nagorny-Karavakhແລະຊີຣີ
ພາບປະກອບ
(vovworld) – ວັນທີ 6/7, ໃນການໂອ້ລົມທາງໂທລະສັບທີ່ໄດ້ຮັບການປະຕິບັດຕາມຂໍ້ລິເລີ່ມຂອງຝ່າຍ ລັດເຊຍ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ Barack Obama ເຫັນດີເປັນເອກະສັນນຳກັນວ່າ: 2 ປະເທດພ້ອມແລ້ວທີ່ຈະເພີ່ມທະວີການສົມທົບກັນໃນບັນດາການເຄື່ອນໄຫວດ້ານການທະຫານຢູ່ ຊີຣີ. ທ່ານປະທານາທິບໍດີ Putin ກໍ່ໄດ້ກະຕຸກຊຸກຍູ້ທ່ານປະທານາທິບໍດີ Obama ໜູນຊ່ວຍເລື່ອງແບ່ງແຍກຝ່າຍຄ້ານ “ສະຫງ່ຽມຄ່ຽມຄົມ” ຢູ່ ຊີຣີ ກັບແນວໂຮມ Al – Nusra, ເຊິ່ງເຄີຍຖືກວັງ Kremlin ຖືວ່າເປັນກຸ່ມກໍ່ການຮ້າຍ.
ກ່ຽວກັບບັນຫາ ຢູແກຼນ, ທ່ານປະທານາທິບໍດີ ອາເມລິກາ ຮຽກຮ້ອງຄູ່ຕຳແໜ່ງ ລັດເຊຍ ປະຕິບັດບັນດາບາດກ້າວມຸ່ງໄປເຖິງການຢຸດຕິ “ການເພີ່ມທະວີບັນດາການປະທະກັນພໍສົມຄວນ” ຢູ່ພາກຕາເວັນອອກ ຢູແກຼນ. ທ່ານ Obama ກໍ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງປະຕິບັດຂໍ້ຕົກລົງ Minsk ຢ່າງຄົບຖ້ວນ. ທ່ານປະທານາທິບໍດີ ອາເມລິກາ ກໍ່ຢັ້ງຢືນວ່າ: ທ່ານພ້ອມແລ້ວທີ່ຈະເພີ່ມທະວີບັນດາຄວາມມານະພະຍາຍາມພ້ອມກັບ ລັດເຊຍ ແລະ ຝຣັ່ງ ເພື່ອບັນລຸໄດ້ມາດຕະການແກ້ໄຂຮອບດ້ານໃຫ້ແກ່ການປະທະກັນ Nagorny-Karavakh ລະຫວ່າງ Azerbaijan ແລະ ກຳລັງແຍກຕົວ ຖືໄດ້ຮັບການໜູນຫຼັງຈາກ Armenia. ໃນຂະນະນັ້ນ, ທ່ານປະທານາທິບໍດີ Putin ກໍ່ຢັ້ງຢືນຄືນໃໝ່ວ່າ: Kiev ຕ້ອງປະຕິບັດຂໍ້ຕົກລົງສັນຕິພາບ Minsk ແລະ ລັດເຊຍ ຫວັງວ່າມີຄວາມຄືບໜ້າມຸ່ງໄປເຖິງສັນຕິພາບຢູ່ Nagorny-Karavakh.