(vovworld) – ໃນການປະຊຸມຂ່າວ ພາຍຫຼັງສິ້ນສຸດກອງປະຊຸມ G – 20, ຢູ່ຕວກກີ, ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີອາເມລິກາ Barack Obama ສືບຕໍ່ເນັ້ນໜັກເຖິງການຕໍ່ສູ້ຕ້ານ IS, ພິເສດແມ່ນທັດສະນະຂອງບັນດາຝ່າຍກ່ຽວກັບການຕໍ່ສູ້ນີ້. ທ່ານປະທານາທິບໍດີ Vladimir Putin ຖະແຫຼງວ່າ ບັນດາການບຸກໂຈມຕີຢູ່ປາຣີ, ປະເທດຝລັ່ງ ໄດ້ຊີ້ໃຫ້ເຫັນຄວາມຈຳເປັນຕ້ອງສ້າງພັດທະມິດຕ້ານກໍ່ການຮ້າຍສາກົນ. ທ່ານປະທານາທິບໍດີລັດເຊຍ ຊີ້ແຈ້ງວ່າ, ພັນທະມິດຄືແນວນັ້ນອາດຈະໄດ້ຮັບການສ້າງ ແລະ ຂາດບໍ່ໄດ້ໃນບັ້ນຮົບຕໍ່ສູ້ຕ້ານກໍ່ການຮ້າຍໃນປະຈຸບັນ. ສ່ວນທ່ານປະທານາທິບໍດີBarack Obama ຖືວ່າ, ເລື່ອງອາເມລິກາ ຜັນຂະຫຍາຍທະຫານບົກເພື່ອຕໍ່ສູ້ຕ້ານ IS “ຈະແມ່ນການຜິດພາດ”. ຕາມນັ້ນແລ້ວ, ພັດທະມິດຕ້ານ IS ໂດຍອາເມລິກາ ນຳໜ້າ ຈະເພີ່ມທະວີບັນດາຄວາມມານະພະຍາຍາມເພື່ອປະຕິບັດຍຸດທະສາດໃນປະຈຸບັນ ແທນທີ່ຈະຫັນໄປສູ່ທິດທາງອື່ນ. ທ່ານ Obama ຢືນຢັນວ່າ, ປັດໃຈຕັດສິນເພື່ອແກ້ໄຂວິກິດການການເມືອງຢູ່ຊີຣີ ແມ່ນຫຼຸດຜ່ອນຜືນແຜ່ນດິນເຊິ່ງ IS ພວມຢືດຄອງ ແລະ ມອບໃຫ້ບັນດາກຳລັງປະຈຳຖິ່ນ.