ປະທານາທິບໍດີລັດເຊຍໂອ້ລົມທາງໂທລະສັບກັບການນຳຊີຣີ,ອີຣານ,ຊາອຸດີອາຣາເບຍກ່ຽວກັບຄຳສັ່ງຢຸດຍິງຢູ່ຊີຣີ

ປະທານາທິບໍດີລັດເຊຍໂອ້ລົມທາງໂທລະສັບກັບການນຳຊີຣີ,ອີຣານ,ຊາອຸດີອາຣາເບຍກ່ຽວກັບຄຳສັ່ງຢຸດຍິງຢູ່ຊີຣີ - ảnh 1
(ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Putin)

(vovworld) –​ ໃນ​ວັນ​ທີ 24/02, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Putin ໄດ້​ມີ​ກ​ານ​ໂອ້​ລົມ​ທາງ​ໂທ​ລະ​ສັບຄັ້ງ​ຕ່າງໆ​ກັບຄູ່​ຕຳ​ແໜ່ງ​ອີ​ຣານ, ຊີ​ຣີ ແລະ ເຈົ້າ​ຊ​ີ​ວິດ​ຊາ​ອຸ​ດີອາ​ຣາ​ເບຍ ກ່ຽວ​ກັບ​ຖະ​ແຫຼງ​ການ​ຮ່ວມ​ລັດ​ເຊຍ - ອາ​ເມ​ລິ​ກາ ​ທີ່ກ່​ຽວ​ຂ້ອງ​ເຖິງ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ຊີ​ຣີ, ໃນ​ນັ້ນ​ຢືນ​ຢັນ​​ເລື່ອງສືບ​ຕໍ່​ ຕໍ່​ສູ້​ເພື່ອ​ຕ້ານ​ຄືນ​ບັນ​ດາ​ອົງ​ການກໍ່​ການ​ຮ້າຍ. ເນື້ອ​ໃນ​ຕົ້ນ​ຕໍ​ໃນ​ການ​ໂອ​້​​ລົມ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Putin ແລະ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ Hassan Rouhani ແມ່ນ​ບັນ​ດາ​ຂໍ້​ລະ​ເລີ່ມ ແລະ ຂໍ້​ສະ​ເໜີ​​ທີ່ໄດ້​ຍົກ​ອອກ​ໃນ​ຖະ​ແຫຼງ​ການ​ຮ່ວມ. 2 ຝ່າຍ​ຮັບ​ຮູ້​ຄວາມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ລັດ​ເຊຍ - ອີ​ຣານ ໃນ​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ, ລວມ​ທັງ​ການ​ຕໍ່​ສູ້​ຕ​້ານ​ບັນ​ດາ​ອົງ​ການກໍ່​ການ​ຮ້າຍ. ໃນ​ການ​ແລກ​ປ່ຽນ​ລະ​ຫວ່າງ​​ປະ​ທາ​ນາ​ທິ​ບໍ​ດີລັດ​ເຊຍ ແລະ ​ປະ​ທາ​ນາ​ທິ​ບໍ​ດີຊີ​ຣີ Bashar al Assad ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ຊີ​ຣີ, ທ່ານ Assad ຢືນ​ຢັນ​ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ເລື່ອງ​ສ້າງ​ຕັ້ງ​ຄຳ​ສັ່ງ​ຢຸດ​ຍິງ. ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບເຈົ້າ​ຊ​ີ​ວິດ​ຊາ​ອຸ​ດີອາ​ຣາ​ເບຍ Salman bin Abdulaziz Al Saud, ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ໄດ້​ອະ​ທິ​ບາຍກ່ຽວ​ກັບເນື້ອ​ແທ້ບັນ​ດາ​ຂໍ້​ສະ​ເໜີ​ໃນ​ຖະ​ແຫຼງ​ການ​ຮ່ວ​ມ​ຢ່າງ​ລະ​ອຽດ. ເຈົ້າ​ຊີ​ວິດ ຊາ​ອຸ​ດີອາ​ຣາ​ເບຍ ໄດ້​ສະ​ແ​ດງ​​ຄວາມ​ຊົມ​ເຊີຍ​ຕໍ່​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ແລ້ວ ພ້ອມ​ແລ້ວ​ທີ່ຈະ​ຮ່ວມ​ມື​ກັບ​ລັດ​ເຊຍ​ ເພື່ອ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ນັ້ນ.

ຂ່າວ/ບົດ​ອື່ນ