ປະທານາທິບໍດີສ. Seychelles ສິ້ນສຸດ ການຢ້ຽມຢາມຫວຽດນາມ

ປະທານາທິບໍດີສ. Seychelles ສິ້ນສຸດ ການຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ປະທານາທິບໍດີ James Alix Michel
​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທາ​ນປະ​ເທດ ​ເຈືອ​ນ​ເຕີນ​ຊາງ
(ພາບ: TTXVN)


(vovworld) - ຕອນ​ຄໍ່າ​ວັນ​ທີ 29 ສິງຫາ, ທ່ານ​ປະທານາທິບໍດີ ສ.Seychelles, James Alix Michel ​ໄດ້​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 28 – 29 ສິງຫາ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ຢ່າງ​ຈົບງາມ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານ​ປະທານາທິບໍດີ James Alix Michel ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທາ​ນປະ​ເທດ ​ເຈືອ​ນ​ເຕີນ​ຊາງ; ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ; ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ. ທີ່​ບັນ​ດາ​ກາ​ນພົບ​ປະ, 2 ຝ່າຍ​ປາດ​ຖະໜາ​ຢາກ​ຊຸກຍູ້ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ສາມັກຄີ, ມິດຕະພາບ ​ແລະ ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ກວ່າ​ອີກ, ພິ​ເສດ​ແມ່ນ​​ເສດຖະກິດ, ການ​ຄ້າ, ການ​ລົງທຶນ... 2 ຝ່າຍ​ເຫັນ​ດີ​ສືບ​ຕໍ່​ແລກປ່ຽນ​ຂໍ້​ມູນ​ຂ່າວ, ​ເພີ່ມ​ທະວີ​ການ​ສົມທົບ​ກັນ ​ແລະ ຮ່ວມ​ມື​​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ ​ເພື່ອ​ປະກອບສ່ວນ​ເຂົ້າ​ຄວາມ​ມານະ​ພະຍາຍາມ​ລວມ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ລະ ພັດທະນາ. ​ໃນ​ການ​ຢ້ຽມຢາມ, ທ່ານ​ປະທານາທິບໍດີ James Alix Michel ​​ໄດ້​ໄປ​ວາງ​ພວງມາລາ​ ​ແລະ ​ເຂົ້າ​ຢ້ຽມ​ສູ້​ສານ​ປະທານ​ໂຮ່ຈິ​ມິນ; ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ເອກະສານຮ່ວມ​ມື​ລະຫວ່າງ 2 ປະ​ເທດ 5 ສະບັບ ​ໃນ​ບັນດາຂົງ​ເຂດການ​ທູດ, ກາ​ນບິນ, ທ່ອງ​ທ່ຽວ, ການ​ຄ້າ ​ແລະ ​ແຮກສ່ຽວ​ລະຫວ່າງ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ນະຄອນ Vichtoria.
ຂ່າວ/ບົດ​ອື່ນ