ປະທານາທິບໍດີສເກົາຫລີສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ

ປະທານາທິບໍດີສເກົາຫລີສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ - ảnh 1
ທ່ານນາງປະທານາທິບໍດີ ສ​ເກົາຫລີ Park Geun Hye ແລະ
ທ່ານປະ​ທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ.
ພາບ:TTXVN

(vovworld)- ວັນ​ທີ 11/9, ທ່ານນາງປະທານາທິບໍດີ ສ​ເກົາຫລີ Park Geun Hye ​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດການ​ຢ້ຽມຢາມ​ທາງ​ລັດຖະກິດ​ຫວຽດນາມ ​ແຕ່​ວັນ​ທີ 7-11/9 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ. ​ໃນ​ໄລຍະ​ຢ້ຽມຢາມ​ຫວຽດນາມ, ທ່ານ​ນາງ ປະທານາທິບໍດີ ສ​ເກົາຫລີ Park Geun Hye ​​ໄດ້​ເຈລະຈາ​ກັບ​ທ່ານ​ປະທາ​ນປະ​ເທດ ​ເຈືອງ​ເຕີ​ນຊາງ, ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ. ທີ​່ການ​ພົບ​ປະ​ຄັ້ງ​ຕ່າງໆ, ສອງ​ຝ່າຍ​ເຫັນ​ດີ​ຄວນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ຮ່ວມ​ມື​ພັດທະນາ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ​ແຮງ​ງານ, ວັດທະນະທຳ, ການ​ສຶກສາກ​ວ່າ​ອີກ. ສູ້​ຊົນ​​ເພີ່ມ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ຂຶ້ນ​ເຖິງ 70 ຕື້ USD ​ໃນ​ປີ 2020. ທ່ານ​ນາງ ປະທານາທິບໍດີ ສ​ເກົາຫລີ Park Geun Hye ​ ​ເປັນ​ສັກ​ຂິພິຍານ​ພິທີ​ລົງ​ນາມ​ເອກະສານ​ຮ່ວມ​ມື 7 ສະບັບ ລະຫວ່າງ​ສອງ​ປະ​ເທດ​ໃນ​ບັນດາ​ຂົງ​ເຂດ: ວິທະຍາສາດ​ເຕັກ​ໂລ​ໂລ​ຊີ, ສິ່ງ​ແວ​ດລ້ອມ, ການ​ຄຸ້ມ​ຄອງ​ທີ່​ດິນ, ​ແຮງ​ງານ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ການ​ເງິນ- ທະນາຄານ, ​ແຈກ​ຢາຍ ​ແລະ logistic.

ຂ່າວ/ບົດ​ອື່ນ