ປະທານາທິບໍດີອີຢີບ: ການເລືອກຕັ້ງສະພາແຫ່ງ ຊາດຈັດຂຶ້ນກ່ອນທ້າຍ ເດືອນ 3/2015
ປະທານາທິບໍດີອີຢີບ Abdel Fattah el Sisi
(ພາບ: Reuters)
(vovworld)- ວັນທີ 10/11, ກ່າວຄຳເຫັນຕໍ່ຄະນະຜູ້ແທນວິສາຫະກິດອາເມລິກາພວມຢູ່ຢ້ຽມຢາມກາຍໂຣ, ປະທານາທິບໍດີອີຢີບ Abdel Fattah el Sisi ໃຫ້ຮູ້ວ່າ: ການເລືອກຕັ້ງສະພາແຫ່ງຊາດປະເທດນີ້ຈະຖືກຈັດຂຶ້ນກ່ອນທ້າຍເດືອນ 3/2015. ຕາມທ່ານ Abdel Fattah el Sisi ແລ້ວ, ອີຢີບ ຈະບັນລຸຈຸດໝາຍທີ 3 ຄືດັ່ງໄດ້ປະກາດແຜນການພາຍຫຼັງວັນທີ 3/7/2013 ແມ່ນຈະຈັດການເລືອກຕັ້ງສະພາແຫ່ງຊາດກ່ອນກອງປະຊຸມເສດຖະກິດສາກົນ ຊື່ງຄາດວ່າຈັດຂຶ້ນໃນໄຕມາດທີ 1 ປີ 2015.
ພາຍຫຼັງເຫດການລັດຖະປະຫານເມື່ອເດືອນ 7/2013 ໂຄ່ນລົ້ມປະທານາທິບໍດີ ອິດຊະລາມ Mohamed Morsi, ທ່ານ Abdel Fattah el Sisi ໃນເວລານັ້ນແມ່ນຜູ້ບັນຊາການທະຫານ ໄດ້ປະກາດແຜນການການເມືອງລວມມີການຮັບຮອງເອົາລັດຖະ ທຳມະນູນສະບັບໃໝ່, ຕໍ່ຈາກນັ້ນແມ່ນດຳເນີນການເລືອກຕັ້ງປະທານາທິບໍດີ ແລະ ສະພາແຫ່ງຊາດ. ຕາມນັ້ນແລ້ວ, ລັດຖະທຳມະນູນສະບັບໃໝ່ໄດ້ຮັບການຮັບຮອງເອົາເມື່ອເດືອນ 1/2014, ການເລືອກຕັ້ງປະທານນາທິບໍດີຊື່ງທ່ານ Abdel Fattah el Sisi ໄດ້ຮັບໄຊຊະນະໄດ້ດຳເນີນໄປໃນເດືອນ 5/2014 ທີ່ຜ່ານມາ. ການເລືອກຕັ້ງສະພາແຫ່ງຊາດໃໝ່ຈະແມ່ນຂີດໝາຍສຳຄັນທີ 3 ໃນແຜນການນີ້./.