ປະທານາທິບໍດີອີຢິບ ອະນຸມັດຜ່ານກົດໝາຍເປີດກວ້າງການເຄື່ອນໄຫວຕ້ານກໍ່ການຮ້າຍ

ປະທານາທິບໍດີອີຢິບ ອະນຸມັດຜ່ານກົດໝາຍເປີດກວ້າງການເຄື່ອນໄຫວຕ້ານກໍ່ການຮ້າຍ - ảnh 1
ທ່ານ​ປະທານາທິບໍດີ​ອີ​ຢິບ Abdel Fattah al Sisi
(ພາບ: AFP/TTXVN)


(vovworld) – ວັນ​ທີ 24/02, ທ່ານ​ປະທານາທິບໍດີ​ອີ​ຢິບ Abdel Fattah al Sisi ​ໄດ້​ອະນຸມັດ​ຜ່ານ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ​ກໍ່​ການ​ຮ້າຍ, ​ເຊິ່ງຕາມ​ນັ້ນ​ແລ້ວ ຈະ​ເປີດ​ກວ້າງ​ສິດ​ໃຫ້​ບັນດາ​ອົງການ​ຕ້ານ​ກໍ່​ການ​ຮ້າຍ ​ເພື່ອ​ແນ​ໃສ່​ປາບປາມບັນດາ​ກຸ່ມ​ທຳລາຍ​ຄວາມ​ສາມັກຄີ​​ແຫ່ງ​ຊາດ ​ແລະ ຄວາມ​ເປ​ັນລະບຽບ​ຮຽບຮ້ອຍຢູ່​ສະຖານ​ທີ່​ສາທາລະນະ. ກົດໝາຍ​ສະບັບ​ໃໝ່​ອະນຸຍາດ​ໃຫ້​ວົງ​ການ​ເຈົ້າ​ໜ້າ​ທີ່​ອິຢິບ ສາມາດ​ນຳ​ໃຊ້​ການ​ເຄື່ອນ​ໄຫວຮັບ​ມື​ກັບ​ບໍ່​ວ່າ​ບຸກຄົນ ຫຼື ອົງການ​ໃດ​ນາບ​ຂູ່​​ເຖິງຄວາມ​ສະຫງົບແຫ່ງ​ຊາດ ຫຼື ກີດຂວາງ​ການ​ເຄື່ອນ​ໄຫວ​ທາງ​ຄົມມະນາຄົມ ໝາຍ​ເຖິງ​ການ​ແຫ່​ຂະ​ບວນປະ​ທ້ວງ. ກົດໝາຍ​ກໍ່​ກຳນົດ​ແຈ້ງວ່າ, ສານ​ຈະ​ດຳ​ເນີນ​ການ​ພິພາກສາ​ບັນດາ​ຜູ້​ຖືກ​ສົງ​ໄສ​ແມ່ນພາກສ່ວນ​ກໍ່​ການ​ຮ້າຍ ຕາມ​ບັນຊີ​ລາຍ​ຊື່​ໂດຍສານ​ອາຍາ​ສະ​ເໜີ​ ໂດຍ​ອີງ​ໃສ່ຄຳສະ​ເໜີ​ຂອງ​ບັນດາ​​ເຈົ້າ​ໜ້າ​ທີ່​​ໄອ​ຍະ​ການ; ພ້ອມ​ທັງ​ປິດ​ລ້ອມ​ຊັບ​ສົມບັດ​ຂອງ​ບຸກຄົນ, ອົງການ​ກໍ່​ການ​ຮ້າຍ…

ຂ່າວ/ບົດ​ອື່ນ