ປະທານາທິບໍດີອາເມລິກາ ຝາກຈົດໝາຍຂອບໃຈປະທານປະເທດຫງວຽດນາມ ທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ
(VOVWORLD) - ຫວ່າງແລ້ວນີ້, ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ຝາກຈົດໝາຍຂອບໃຈປະທານປະເທດຫງວຽນຊວັນຝຸກ ທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ກ່ຽວກັບດິນຟ້າອາກາດ ຈັດຂຶ້ນເມື່ອທ້າຍເດືອນເມສາຜ່ານມາ.
ຫວ່າງແລ້ວນີ້, ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ຝາກຈົດໝາຍຂອບໃຈປະທານປະເທດຫງວຽນຊວັນຝຸກ ທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ກ່ຽວກັບດິນຟ້າອາກາດ ຈັດຂຶ້ນເມື່ອທ້າຍເດືອນເມສາຜ່ານມາ ແລະ ສະແດງຄວາມປາດຖະໜາວ່າ ສອງປະເທດຫວຽດນາມ ແລະ ອາເມລິກາ ຈະເພີ່ມທະວີການຮ່ວມມືໃນການຮັບມືກັບບັນຫາປ່ຽນແປງຂອງດິນຟ້າອາກາດ.
ໃນຈົດໝາຍ, ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງທ່ານປະທານປະເທດຫງວຽນຊວັນຝຸກ ເຂົ້າໃນຜົນສຳເລັດຂອງກອງປະຊຸມສຸດຍອດ, ພິເສດແມ່ນບົດປະກອບຄຳເຫັນເລິກເຊິ່ງ ຂອງທ່ານປະທານປະເທດ ກ່ຽວກັບບັນດາຜົນປະໂຫຍດດ້ານເສດຖະກິດ ຂອງການກະທຳດິນຟ້າອາກາດ ແລະ ຄວາມສຳຄັນຂອງການຮັບປະກັນວ່າ ທຸກປະເທດຈະມີການກະທຳ. ທ່ານປະທານາທິບໍດີອາເມລິກາ Joe Biden ກໍ່ປາດຖະໜາຫວຽດນາມ ແລະ ອາເມລິກາ ຈະສືບຕໍ່ເພີ່ມທະວີການຮ່ວມມືກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນໄລຍະຈະມາເຖິງ.