(vovworld) – ໃນເວລາ 20ໂມງ, ວັນທີ 06/12 (ຕາມເວລາອາເມລິກາ), ກົງກັບ 8ໂມງ ເຊົ້າວັນທີ 07/12, ຕາມເວລາຫວຽດນາມ, ປະທານາທິບໍດີອາເມລິກາ Barack Obama ໄດ້ມີບົດກ່າວປາໄສພິເສດ ຝາກເຖິງປະຊາຊົນກ່ຽວກັບບັນດາຄວາມມານະພະຍາຍາມຕ້ານກໍ່ການຮ້າຍ. ປະທານາທິບໍດີ Barack Obama ຢືນຢັນວ່າ, ບັນດາໄພນາບຂູ່ຈາກລັດທິກໍ່ການຮ້າຍແມ່ນມີຢູ່ແລ້ວ ແຕ່ຖືວ່າຈະຕີເອົາປະລາໄຊຕີໄພພິບັດນີ້. ປະທານາທິບໍດີ Barack Obama ໃຫ້ຮູ້ວ່າ, ໃນ 2 – 3 ປີິຜ່ານມາ, ໄພນາບຂູ່ຈາກພວກກໍ່ການຮ້າຍໄດ້ກ້າວເຂົ້າສູ່ໄລຍະໃໝ່, ອາເມລິກາ ຈະດັບສູນອົງການລັດອິດສະລາມ (IS) ອ້າງຊື່ເອງ ແລະ ຊອກຈັບບັນດາພາກສ່ວນກໍ່ການຮ້າຍ “ຢູ່ບໍ່ວ່າປະເທດໃດທີ່ຈຳເປັນ”. ປະທານາທິບໍດີ Barack Obama ກໍເນັ້ນໜັກວ່າ, ປະເທດອາເມລິກາ ບໍ່ຄວນເຂົ້າຮ່ວມການຕໍ່ສູ້ອັນຍາວນານ, ສິ້ນເບື້ອງຢູ່ອີຮັກ ຫຼື ຢູ່ຊີຣີ. ຕາມປະທານາທິບໍດີ Barack Obama ແລ້ວ, ແນວຄິດຫົວຮຸ້ນແຮງໄດ້ແຜ່ລາມອອກບາງປະຊາຄົມມຸດສະລິມ ແລ້ວ ແລະ ບັນດາການນຳມຸດສະລິມ, ຕ້ອງສົມທົບກັນກັບປະເທດອື່ນໆ ເພື່ອລົບລ້າງແນວຄິດຂອງ IS.