ປະທານາທິບໍດີອາເມລິກາກ່າວເຕືອນຈີນບໍ່ໄດ້ໃຊ້ກຳລັງແຮງຢູ່ທະເລຕາເວັນອອກ

ປະທານາທິບໍດີອາເມລິກາກ່າວເຕືອນຈີນບໍ່ໄດ້ໃຊ້ກຳລັງແຮງຢູ່ທະເລຕາເວັນອອກ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama
(ພາບ: CBS)

(vovworld) – ​​ ກ່າວ​ຄ​ຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ຜູ້​ຕາງ​ໜ້​າ​ບັນ​ດາ​ການ​ນຳ​ໜຸ່ມ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຢູ່​ທຳ​ນຽບ​ຂາວ ໃນ​ຕອນ​ເຊົ້າ​ວັນ​ທີ 2/6, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ໄດ້​ກ່າວ​ເຕືອນ ຈີນ ບໍ່​ໄດ້​ໃຊ້​ກຳ​ລັງ​​ແຮງ​ເພື່ອ​ປະ​ຕິ​ບັດ​ຄຳ​ຮຽກ​ສິດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທີ​່​ການ​ພົບ​ປະ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ແລະ 75 ຄົນ​ທີ່​ຫາກໍ່​ສິ້ນ​ສຸດ​ລາຍ​ການ​ຮ່ຳ​ຮຽນ ແລະ ແລກ​ປ່ຽນ​ດ້ານ​ວິ​ຊາ​​ການ​ຢູ່ ອາ​ເມ​ລິ​ກາ ໃນ​ຂອບ​ເຂດ ຂໍ້​ລິ​ເລີ່ມ​ການ​ນຳ​ໜຸ່ມ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (YSEALL), ​ໄດ້ໂອ້​ລົມ​ສົນ​ທະ​ນາ​ໂດຍ​ກົງ​ກ່ຽວ​ກັບ​ບັນ​ດາ​ຫົວ​ຂໍ້​ຄື​ ເສດ​ຖະ​ກິດ, ສິ່ງ​ແວດ​ລ້ອມ, ຄວາມ​ໝັ້ນ​ຄົງ… ໃນ​ພາກ​ພື້ນ. ຕໍ່​ໜ້າ​ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ການ​ກະ​ທຳ​​ດັດ​ແປງ​ເຂດ​ດິນ​​ຢ່າງຜິດ​ກົດ​ໝາຍ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ຢັ້ງ​ຢືນ​ວ່າ: ອາ​ເມ​ລິ​ກາ ບໍ່​ທວງ​ເອົາ​ອະ​ທິ​ປະ​ໄຕ​ຢູ່​ເຂດນີ້ ແຕ່​ຮຽກ​ຮ້ອງ​ຕ້ອງຮັບ​ປະ​ກັນ​ວ່າ: ທຸກໆ​ຄວາມ​ຂັດ​ແຍ້ງ​​ກັນ​ຕ້ອງໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນ​ຕິ​ວິ​ທີ ແລະ ເໝາະ​ສົມ​ກັບ​ທຳ​ນຽມ​ສາ​ກົນ. ທ່ານ​ກ່າວ​ວ່າ:

        “ທຸກໆ​ການ​ກະ​ທຳ​ໃນ​ການ​ດັດ​ແປງ​ທີ່​ດິນ ແລະ ເກາະ​ຜິດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ລ້ວນ​ແຕ່ບໍ່​ມີ​ຜົນ​ປະ​ໂຫຍດ. ​ໃນ​ນາມ​ເປັນ​ປະ​ເທດ​ມະ​ຫາ​ອຳ​ນາດ​ຢູ່ ອາ​ຊີ - ປາ​ຊີ​ຟິກ, ອາ​ເມ​ລິ​ກາ ສະ​ໜັບ​ສະ​ໜູນ​ທຸກໆ​ປະ​ເທດ​​ທີ່​ພ້ອມ​ກັບ​ພວກ​ຂ້າ​ພະ​ເຈົ້າ​ສ້າງ​ຕັ້ງ ແລະ ປະ​ຕິ​ບັດ​ບັນ​ດາຫຼັກການ ແລະ ກົດ​​ລະ​ບຽບເພື່ອ​ຮັກ​ສາ​ການ​ເຕີບ​ໂຕ ແລະ ຄວາມ​ວັດ​ທະ​ນາຖາ​ວອນ​ໃນ​ພາກ​ພື້ນ.”

        ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ເນັ້ນ​ໜັກ​ເຖິງ​ຄວາມ​ເຄັ່ງ​ຕຶງ​​ທີ່ພວ​ມ​ເກີດ​ຂຶ້ນ​ລະ​ຫວ່າງ​ບາງ​ປະ​ເທດ ອາ​ຊຽນ ແລະ ຈີນ ກໍ່​ຄື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຈີນ ​ທີ່ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ທັງ​ກ່າວ​ເຕືອນ​ວ່າ ຈີນ ບໍ່​ໄດ້ອ​້າງ​ສິດ​ເປັນ​ປະ​ເທດ​ໃຫຍ່​ເພື່ອ​ບັງ​ຄັບ​ປະ​ເທດ​ອື່​ນໆ:

        “ຈີນ ບໍ່​ໄດ້​ໃຊ້​ກຳ​ລັງ​​ແຮງ​ເພື່ອ​ຂົມ​ຂູ່​ປະ​ເທດ​ອື່ນ​ແນ​ໃສ່​ປະ​ຕິ​ບັດ​ບັນ​ດາ​ຄຳ​ຮຽກ​ສິດ​ຢູ່​ທີ່ນີ້… ຖ້າ​ຫາກ​ເກີດ​ການ​ປະ​ທະ​ກັນ, ຖ້າ​ຫາກ​ບັນ​ດາ​ການ​ທວງ​ເອົາ​ອະ​ທິ​ປະ​ໄຕ​ໂດຍ​ອີງ​ໃສ່​ກຳ​ລັງ​ແຮງ​ຂອງ​ປະ​ເທດ​ໜຶ່ງ ແທນ​ທີ​ອີ່ງ​ໃສ່ກົດ​ໝາຍນັ້ນ, ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ ຈະ​ຖືກ​ຫລຸດ​ລົງ.”


ຂ່າວ/ບົດ​ອື່ນ