ປະທານາທິບໍດີອາເມລິກາຈັດການປະຊຸມຂ່າວທ້າຍປີ
ທ່ານປະທານາທິບໍດີອາເມລິກາ Barack Obama
(ພາບ: AFP/ TTXVN)
(vovworld) - ວັນທີ 18/12 (ກົງກັບຕອນເຊົ້າວັນທີ 19/12 ຕາມເວລາຫວຽດນາມ), ທ່ານປະທານາທິບໍດີອາເມລິກາ Barack Obama ໄດ້ຈັດການປະຊຸມຂ່າວເທື່ອສຸດທ້າຍຂອງປີ 2015, ໃນນັ້ນໄດ້ເຕື້ອງເຖິງບັນດາບັນຫາການເມືອງທີ່ຮ້ອນເຮັ່ງຂອງອາເມລິກາ ປີຜ່ານມາໃນທຸກດ້ານຈາກວຽກງານພາຍໃນ ແລະ ຕ່າງປະເທດ. ເປີດສາກການປະຊຸມຂ່າວ, ທ່ານປະທານາທິບໍດີ Barack Obama ຖືວ່າ, ພື້ນຖານເສດຖະກິດອາເມລິກາ ໄດ້ມີບາດກ້າວໝັ້ນຄົງ, ເຂັ້ມແຂງ, ອັດຕາຜູ້ວ່າງງານຫຼຸດລົງເຫຼືອພຽງປະມານ 5%, ສາມາດສ້າງວຽກເຮັດງານທຳໃໝ່ໃຫ້ແກ່ກວ່າ 13,7 ລ້ານຄົນ, ສຳຄັນທີ່ສຸດແມ່ນລາຍຮັບ, ເງິນເດືອນໄດ້ເພີ່ມຂຶ້ນຢ່າງວ່ອງໄວຍິ່ງກວ່າເວລາໃດໝົດ, ນັບແຕ່ເມື່ອວິວັດການຟື້ນຟູເສດຖະກິດໄດ້ເລີ່ມຕົ້ນ.
ກ່ຽວກັບວຽກງານການຕ່າງປະເທດຂອງອາເມລິກາ, ທ່ານປະທານາທິບໍດີ Barack Obama ໃຫ້ຮູ້ວ່າ, ລັດຖະບານອາເມລິກາ ບັນລຸໄດ້ຂໍ້ຕົກລົງນິວເຄຼີຍມີລັກສະນະປະຫວັດສາດ ກັບອີຣານ, ສ້າງຕັ້ງການພົວພັນທາງການທູດກັບກຸຍບາ ຄືນໃໝ່, ສຳເລັດວິວັດການເຈລະຈາສັນຍາການຄ້າຂ້າມປາຊີຟິກ, ການຕ້ານການປ່ຽນແປງຂອງດິນຟ້າອາກາດ. ເມື່ອເຕື້ອງເຖິງໜຶ່ງໃນບັນດາບັນຫາຮ້ອນເຮັ່ງທີ່ສຸດໃນປີຜ່ານມາ ແມ່ນການຕໍ່ສູ້ຕ້ານລັດທິກໍ່ການຮ້າຍ, ທ່ານປະທານາທິບໍດີ Barack Obama ຍອມຮັບວ່າ, ປະເທດອາເມລິກາ ພວມປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກໃນການຕ່ໍສູ້ຕ້ານກໍ່ການຮ້າຍເວົ້າລວມ ແລະ ຕ້ານອົງການລັດອິດສະລາມ (IS) ອ້າງຊື່ເອງຢູ່ຊີຣີ ແລະ ອີຣັກ ເວົ້າສະເພາະ, ແຕ່ໃຫ້ຄຳໝັ້ນສັນຍາວ່າ ອາດຈະຕີ IS ໃຫ້ປະຊາໄຊໄປ.