ປະທານາທິບໍດີອາເມລິກາຈະເຂົ້າຮ່ວມກອງປະຊຸມG-20ຢູ່ຈີນແລະEASຢູ່ລາວ
ທ່ານປະທານາທິບໍດີ Barack Obama
(ພາບປະກອບ: Getty Images)
(vovworld) - ວັນທີ 18/08, ກະຊວງການຕ່າງປະເທດອາເມລິກາ ໄດ້ອອກແຈ້ງການສື່ມວນຊົນໂດຍໃຫ້ຮູ້ວ່າ, ວັນທີ 02/09, ປະທານາທິບໍດີ Barack Obama ຈະເດີນທາງໄປຢ້ຽມຢາມ ຈີນ ແລະ ລາວ, ເພື່ອແນໃສ່ຊີ້ເຫັນຄຳໝັ້ນສັນຍາຂອງອາເທລິກາ ໃນການຜັນຂະຂະຫຍາຍນະໂຍບາຍຫັນການສ້າງຄວາມດຸນດຽງຄືນໃໝ່ໄປສູ່ພາກພື້ນອາຊີ - ປາຊີຟິກ. ຄາດວ່າ, ຢູ່ຈີນ, ທ່ານ Barack Obama ຈະເຂົ້າຮ່ວມກອງປະຊຸມສຸດຍອດບັນດາການນຳກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນ (G - 20) ຄັ້ງສຸດທ້າຍໃນຖະນະເປັນປະທານາທິບໍດີອາເມລິກາ, ຕາມນັ້ນແລ້ວ, ທ່ານຈະເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືໃນຂອບເຂດ G – 20 ເພື່ອແນໃສ່ຊຸກຍູ້ເດີນຫຼີ້ນທີ່ສະເໝີພາບ ແລະ ສ້າງກາລະໂອກາດພັດທະນາດ້ານເສດຖະກິດໃຫ້ທຸກຝ່າຍ.
ຖັດຈາກການຢ້ຽມຢາມຈີນ, ທ່ານ Barack Obama ຈະເຂົ້າຮ່ວມກອງປະຊຸມຂັ້ນສູງອາເມລິກາ - ອາຊຽນ ແລະ ກອງປະຊຸມສຸດຍອດອາຊີ (EAS) ເຊິ່ງໄດ້ຈັດຕັ້ງຢູ່ລາວ ແລະ ກາຍເປັນປະທານາທິບໍດີຄົນທຳອິດຂອງອາເມລິກາ ມາຢ້ຽມຢາມປະເທດອາຊີຕາເວັນອອກສ່ຽງໃຕ້ນີ້. ຕາມແຜານການ, ທ່ານປະທານາທິບໍດີ Barack Obama ຈະມີການພົບປະ 2 ຝ່າຍກັບທ່ານປະທານປະເທດ ບຸນຍັງ ວໍລະຈິດ ແລະ ບັນດາອົງການຈັດຕັ້ງຫຼັກແຫຼ່ງອື່ນໆຂອງລາວ ເພື່ອແນໃສ່ຊຸກຍູ້ການຮ່ວມມືອາເມລິກາ - ລາວ ກ່ຽວກັບດ້ານເສດຖະກິດ, ການພັດທະນາ, ການທູດປະຊາຊົນ ແລະ ບັນດາຂົງເຂດອື່ນໆ.