ປະທານາທິບໍດີອາເມລິກາຊັ່ງຊາຍົກເລີກຄຳສັ່ງຂວ້ຳບາດອາວຸດສຳລັບ ຫວຽດນາມ
ປະທານາທິບໍດີ ອາເມລິກາ Barack Obama
(ພາບ: NBC)
(vovworld) - ວັນທີ 9/5, ວົງການເຈົ້າໜ້າທີ່ອາວຸໂສ ອາເມລິກາ ໃຫ້ຮູ້ວ່າ, ປະທານາທິບໍດີ ອາເມລິກາ Barack Obama ພວມ ຊັ່ງຊາເຖິງເລື່ອງຍົກເລີກຄຳສັ່ງຂວ້ຳບາດດ້ານອາວຸດທີ່ນຳໃຊ້ສຳລັບ ຫວຽດນາມໃນ 3 ກວ່າທົດສະວັດຜ່ານມາ. ເລື່ອງຍົກເລີກຄຳສັ່ງຂວ້ຳບາດດ້ານອາວຸດສຳລັບ ຫວຽດນາມ ຈະເປັນການລົບລ້າງຮ່ອງຮອຍໃຫຍ່ສຸດທ້າຍຂອງສົງຄາມ ຫວຽດນາມ ແລະ ຊຸກຍູ້ການພົວພັນສອງຝ່າຍ. ໃນຊຸມປີມໍ່ໆມານີ້, ການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ອາເມລິກາ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ມີບັນດາບາດກ້າວທີ່ຕັ້ງໜ້າ. ປີ 2007, ວໍຊິງຕັນໄດ້ອະນຸຍາດໃຫ້ການເຄື່ອນໄຫວຊື້ຂາຍອຸປະກອນດ້ານການທະຫານບໍ່ເປັນພາຫະນະດັບສູນ ແລະ ບັນດາການບໍລິການດ້ານການທະຫານຕາມກົນໄກອີງໃສ່ສະພາບຕົວຈິງຂອງ ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ອາເມລິກາຍັງຄົງຮັກສາຄຳສັ່ງຫ້າມສົ່ງອອກ ຫຼືຖ່າຍທອດເຕັກໂນໂລຢີກ່ຽວກັບອຸປະກອນດັບສູນສຳລັບ ຫວຽດນາມເທື່ອ. ສະມາຊິກລັດຖະສະພາ ອາເມລິກາຫຼາຍທ່ານ ໄດ້ຮຽກຮ້ອງອຳນາດການປົກຄອງ Obama ຊັ່ງຊາເຖິງການຍົກເລີກຄຳສັ່ງຂວ້ຳບາດນີ້. ອຳນາດການປົກຄອງ ອາເມລິກາຫວັງວ່າ ຈະໄດ້ຮັບການສະໜັບສະໜູນຈາກທ່ານປະທານຄະນະກຳມະການກຳລັງທັບສະພາສູງ, ສະມາຊິກສະພາສູງ ພັກສາທາລະນະ John McCain, ຜູ້ທີ່ເຄີຍສະໜັບສະໜູນຂໍ້ຕົກລົງຍົກເລີກຄຳສັ່ງຫ້າມອາວຸດດັບສູນສ່ວນໜຶ່ງສຳລັບຫວຽດນາມເມື່ອປີ 2014.