ປະທານາທິບໍດີອາເມລິກາຕໍ່ກຳນົດເວລາປະກາດສະພາວະສຸກເສີນກັບກູບາ

ປະທານາທິບໍດີອາເມລິກາຕໍ່ກຳນົດເວລາປະກາດສະພາວະສຸກເສີນກັບກູບາ - ảnh 1
ປະທານ ກູບາ Raul Castro ແລະ ປະທານາທິບໍດີ Obama

(vovworld) –  ສຳນັກ​ຂ່າວສານ ກູ​ບາ Prensa Latina ​ໃຫ້​ຮູ້​ວ່າ: ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ຕໍ່​ກຳນົ​ດ​ເວລາ​ປະກາດ​ສະພາວະ​ສຸກ​ເສີນ​ກັບ ກູ​ບາ, ທີ່​ໄດ້​ປະກາດ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 1996, ຕື່ມ​ອີກ​ໜຶ່ງ​ປີ ​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ​ທ່ານ​ນີ້​ໃກ້​ຈະ​ດຳ​ເນີນ​ການ​ຢ້ຽມຢາມ​ປະ​ເທດ​ ກູບາ ​ຢ່າງ​ເປັນ​ທາງ​ການ. ກ່ອນ​ນີ້ 20 ປີ​​ເຕັມ, ປະ​ທານາ​ທິບໍດີ ອາ​ເມ​ລິ​ກາ, ຄາວ​ນັ້ນ​ແມ່ນ​ທ່ານ Bill Clinton ​ໄດ້​ປະກາດ​ສະພາ​ວະສຸ​ກ​ເສີນ​ກັບ ກູ​ບາ​ ພາຍຫຼັງ​ປະ​ເທດ​ນີ້​ຍິງ​ເຮືອບິ​ນ 2 ລຳ​ໃນ​ຈຳນວນ 3 ລຳ​ຂອງ ອາ​ເມ​ລິ​ກາ ຕົກ ​ເຊິ່ງລາ​ຮາ​ວານ ຢັ້ງຢືນ​ວ່າ​ໄດ້​ລວງ​ລຳ້​ເຂດ​ນ່ານຟ້າ​ຂອງ ກູບາ ​ແລະ ​​​ໂຮຍ​ໃບ​ປີວ​ຄັດຄ້ານ​ການ​ປະຕິວັດ ​ໂດ​ຍບໍ່​ຫົວຊາ​ຕໍ່​ການ​ກ່າວ​ເຕືອນ​ຫຼາຍ​ຄັ້ງ. ການ​ປະກາດສະພາວະ​ສຸກ​ເສີນ​ນີ້​ຈະ​ໄດ້​ຮັບ​ການ​ຕໍ່​ກຳນົດ​ເວລາ​ແຕ່ລະ​ປີ. ​​​ໂດຍ​ມີ​ຄວາມ​ແຕກ​​ຕ່າງ​ກັບ​ບັນດາ​ການ​ຕໍ່​ກຳນົດ​ເວລາ​ຄັ້ງ​ກ່ອນໆ, ຄັ້ງ​ນີ້​ທ່ານ Obama ​ເວົ້າ​ລະອຽດ​​ເຖິງການ​ກວດກາ ​ແລະ ກັກ​​ກຳ​່ປັ່ນ​ທີ່​ຖືກ​ສົງ​ໄສ​ວ່າ​ລະ​ເມີດ​ຄຳ​ສັ່ງ​ຂວຳ້​ບາດ​ແມ່ນ​ຕ້ອງ​ດຳ​ເນີນ​​ໃຫ້​ສອດ​ຄ່ອງ​ກັບ​ກົດໝາຍ​ສາກົນ.


ຂ່າວ/ບົດ​ອື່ນ