ປະທານາທິບໍດີອາເມລິກາບໍ່ເຂົ້າຮ່ວມບັນດາກອງປະຊຸມສຸດຍອດຢູ່ອາຊີ

(VOVWORLD) -ວັນທີ 31 ສິງຫາ, ທຳນຽບຂາວແຈ້ງວ່າ, ທ່ານປະທານາທິບໍດີອາເມລິກາ Donald Trump ຈະບໍ່ເຂົ້າຮ່ວມກອງປະຊຸມສຸດຍອດກັບບັນດາການນຳອາຊີ ຢູ່ສິງກະໂປ ແລະ ກອງປະຊຸມອື່ນຢູ່ Papua New Guinea ໃນເດືອນພະຈິກ ຈະມາເຖິງ, ພ້ອມທັງຈະສົ່ງທ່ານຮອງປະທານາທິບໍດີອາເມລິກາ Mike Pence ເປັນຜູ້ຕາງໜ້າ.

ປະທານາທິບໍດີອາເມລິກາບໍ່ເຂົ້າຮ່ວມບັນດາກອງປະຊຸມສຸດຍອດຢູ່ອາຊີ - ảnh 1 ທ່ານປະທານາທິບໍດີ Donald Trump

(ພາບ: APF/TTXVN)

ຕາມແຈ້ງການຂອງທຳນຽບຂາວແລ້ວ, ທ່ານປະທານາທິບໍດີ Donald Trump ມີແຜນການໄປ ປາຣີ ໃນວັນທີ 11 ພະຈິກ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 100 ປີແຫ່ງວັນເຊັນສົນທິສັນຍາຢຸດຍິງ ຢຸດຕິສົງຄາມໂລກຄັ້ງທີ 1. ຢູ່ເອີລົບ, ທ່ານປະທານາທິບໍດີ Donald Trump ກໍຈະໄປຢ້ຽມຢາມ ອຽກລັງ ເພື່ອ “ປ່ຽນແປງໃໝ່ການພົວພັນປະຫວັດສາດ ແລະ ເລິກເຊິ່ງລະຫວ່າງ 2 ປະເທດ”. ຫຼັງຈາກນັ້ນ, ທ່ານ Donald Trump ຈະເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າຂອງໂລກ (G 20) ຢູ່ນະຄອນຫຼວງ Buenos Aires ຂອງອາກຊັງຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ