ປະທານາທິບໍດີອາເມລິກາປະກາດຂໍ້ສະເຫນີເພື່ອຊ່ວຍລັດຖະບານເປີດປະຕູຄືນໃຫມ່

(VOVWORLD) -ວັນທີ 19 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດຂໍ້ສະເຫນີ ເພື່ອແນໃສ່ບັນລຸຂໍ້ຕົກລົງກັບພັກປະຊາທິປະໄຕ ໃນບັນຫາກໍ່ສ້າງກຳແພງຊາຍແດນລະຫວ່າງ ອາເມລິກາ ແລະ ເມຊິໂກ.

ໃນບົດກ່າວປາໄສຢູ່ ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ   Donald Trump ຮຽກຮ້ອງການກະທຳເພື່ອປົກປັກຮັກສາເຂດຊາຍແດນທາງທິດຕາເວັນຕົກ ລະຫວ່າງ ອາເມລິກາ ແລະ ເມຊິໂກ ແລະ ຍົກອອກການປະນິປະນອມກັບພັກປະຊາທິປະໄຕກ່ຽວກັບບັນຫາອົບພະຍົບ.

 ຕາມນັ້ນແລ້ວ ຂໍ້ສະເຫນີດັ່ງກ່າວຈະປົກປ້ອງຊົ່ວຄາວໃຫ້ຊາວອົບພະຍົບຫນຸ່ມ 700.000 ຄົນບໍ່ມີຫນັງສືອະນຸຍາດ ຫລືເອີ້ນວ່າ “Dreamers” ໃນຮອບເວລາ 3 ປີ ແລະ ບໍ່ຖືກເນລະເທດອອກຈາກອາເມລິກາ ກໍ່ຄືຮັບປະກັນໃຫ້ຊາວອົບພະຍົບປະມານ 300.000 ຄົນໄດ້ຊົມໃຊ້ກົດລະບຽບປົກປ້ອງຊົ່ວຄາວໃກ້ຈະໝົດການກຳນົດເວລາ. ແທນທີ່ນັ້ນ ທ່ານ     Donald Trump ຍັງຄົງສືບຕໍ່ສະເຫນີ ບ້ວງງົບປະມານ 5,7 ຕື້ USD ໃຫ້ແກ່ການກໍ່ສ້າງກຳແພງດ້ວຍເຫລັກກ້າ ມີລວງຍາວກວ່າ 390 ກິໂລແມັດ ລຽບຕາມຊາຍແດນລະຫວ່າງ ອາເມລິກາ ແລະ ເມຊິໂກ  ແລະ ອີກບ້ວງງົບປະມານຫນຶ່ງລວມມູນຄ່າ ປະມານ 800 ລ້ານ USD ໃຫ້ແກ່ການ ຊ່ວຍເຫລືອມະນຸດສະທຳ, 805 ລ້ານ USD ໃຫ້ແກ່ເຕັກໂນໂລຊີຄົ້ນພົບຢາຝີ່ນ ແລະ ສະເຫນີເພີ່ມກຳລັງປ້ອງກັນຊາຍແດນຕື່ມອີກ 2.750 ຄົນ.    

ຕອບກັບ

ຂ່າວ/ບົດ​ອື່ນ