ທ່ານປະທານາທິບໍດີ ອາເມລິກາ Barack Obama
(ພາບ: Csmonitor)
(vovworld) – ທ່ານປະທານາທິບໍດີ ອາເມລິກາ Barack Obama ຖະແຫຼງວ່າ: ການຢ້ຽມຢາມຄັ້ງປະຫວັດສາດຂອງທ່ານເຖິງນະຄອນ Hiroshima ຂອງ ຍີ່ປຸ່ນ ຈະມາເຖິງສະແດງໃຫ້ເຫັນບັນດາໄພອັນຕະລາຍຂອງສົງຄາມ ແລະ ຄວາມຈຳເປັນຕ້ອງຮ່ວມມືມຸ່ງໄປເຖິງສັນຕິພາບ. ຂໍ້ສັງເກດດັ່ງກ່າວໄດ້ຍົກອອກມາໃນວັນທີ 26/5, ຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ຢູ່ນະຄອນ Ise – Shima, ປະເທດ ຍີ່ປຸ່ນ ກ່ອນການຢ້ຽມຢາມຄັ້ງປະຫວັດສາດດັ່ງກ່າວພຽງໜຶ່ງວັນ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ການນຳ ອາເມລິກາ ໄດ້ເນັ້ນໜັກວ່າເລື່ອງກອງທັບ ອາເມລິກາ ຖິ້ມລະເບີດປະລະມານູລົງນະຄອນ Hiroshima ໃນວັນທີ 6/8/1945 ແມ່ນເຫດການທີ່ເກີດຂຶ້ນໃນປະຫວັດສາດໂລກ. ເຖິງວ່າໄດ້ເກີດຂຶ້ນມາແຕ່ດົນແລ້ວກໍ່ຕາມ, ແຕ່ຕາມທ່ານ Obama ແລ້ວ, ຜົນຮ້າຍຢ້ອນຫຼັງຈາກເຫດການຢູ່ Hiroshima ຍັງຄົງຝັງເລິກໃນຄວາມສຳນຶກຂອງມວນມະນຸດປະຈຸບັນ. ທ່ານປະທານາທິບໍດີ ອາເມລິກາ ຢັ້ງຢືນການຢ້ຽມຢາມຂອງທ່ານເຖິງ Hiroshima ຈະສະແດງໃຫ້ເຫັນໄພນາບຂູ່ຢ່າງແທ້ຈິງ ແລະ ຄວາມຮີບດ່ວນເຊິ່ງໂລກຕ້ອງປະເຊີນໜ້າ. ພ້ອມນັ້ນ, ທ່ານກໍ່ໃຫ້ຮູ້ຕື່ມອີກວ່າ: ການກະທຳນີ້ກໍ່ເພື່ອແນໃສ່ຢັ້ງຢືນວິໄສທັດລວມກ່ຽວກັບໂລກແຫ່ງປອດອາວຸດນິວເຄຼຍ.