ປະທານາທິບໍດີອາເມລິກາຢ້ຽມຢາມKenyaຢ່າງເປັນທາງການ

ປະທານາທິບໍດີອາເມລິກາຢ້ຽມຢາມKenyaຢ່າງເປັນທາງການ - ảnh 1
ປະທານາທິບໍດີອາເມລິກາຢ້ຽມຢາມ Kenya ຢ່າງເປັນທາງການ
(ພາບ: EPA)


​​(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ Kenya ຢ່າງ​ເປັນ​ທາງ​ການ, ວັນ​ທີ 25/07, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ເປັນ​ປະທາ​ນຮ່ວມ​ກອງປະຊຸມ​ຂັ້ນ​ສູງ​ວິ​ສາ​ຫະກິດທົ່ວ​ໂລກ (GES) ທີ່​ປຶ​ກສາ​ຫາ​ລື​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ບົດບາດ​ຂອງ​ບັນດາ​ວິ​ສາ​ຫະກິດ​ຢູ່​ອາ​ຟລິ​ລາ. ນີ້​ແມ່ນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່​ເຂດ​ພາກ​ໃຕ້ Sahara. ລັດຖະບານ​ອາ​ເມ​ລິ​ກາ ຫວັງ​ວ່າ, ກອງ​ປະຊຸມ GES ປີ​ນີ້ ຈະ​ສາມາດ​ດຶງ​ດູດ​ການ​ລົງທຶນ​ພາກ​ເອກະ​ຊົນ​ກວ່າ 1 ຕື້ USD ​ໃນ​ຮອບ​ເວລາ 3 ປີ​ຈະ​ມາ​ເຖິງ. ຕໍ່​ຈາກ​ນັ້ນ, ທ່ານ​ປະທານາທິບໍດີ Obama ກໍ​ດຳ​ເນີນ​ບັນດາ​ການ​ເຈລະຈາ 2 ຝ່າຍ​ກັບ​ວົງ​ການ​ເຈົ້າ​ໜ້າ​ທີ່ Kenya ກ່ຽວ​ກັບ​ດ້ານ​ການ​ຄ້າ, ການ​ລົງທຶນ, ຕ້ານ​ກໍ່​ການ​ຮ້າຍ ກໍ​ຄື​ບັນດາ​ບັນຫາ​ອື່ນໆ.

        ວົງ​ການ​ເຈົ້າ​ໜ້າ​ທີ່ Kenya ​ແລະ ອາ​ເມ​ລິ​ກາ ລ້ວນ​ແຕ່​ຢືນຢັນ​ວ່າ, ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ທ່ານ Obama ມີ​ບົດບາດ​ສຳຄັນ​ໃນ​ການ​ເຮັດ​ໃຫ້ການ​ພົວພັນ 2 ຝ່າຍ​ເລິກ​ເຊິ່ງຂຶ້ນ​ຕື່ມ, ກໍ​ຄື​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ຄວາມ​ສະຫງົບ​ຢູ່​ພາກ​ພື້ນ.

ຂ່າວ/ບົດ​ອື່ນ