ປະທານາທິບໍດີອາເມລິກາສະແດງຄວາມໂກດຄຽດຕໍ່ເຫດຍິງປືນຢ່າງນອງເລືອດຢູ່Charleston

ປະທານາທິບໍດີອາເມລິກາສະແດງຄວາມໂກດຄຽດຕໍ່ເຫດຍິງປືນຢ່າງນອງເລືອດຢູ່Charleston - ảnh 1
ຜູ້ກໍ່​ໃຫ້​ເກີດ​ການ​ຍິງ​ປືນ Dylann Roof ຖືກ​ຈັບ​ຕົວ
(ພາບ: CNN)

(vovworld) – ວັນ​ທີ 18/6, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ສະ​ແດງ​ຄວາມ​ເຈັບ​ປວດ ແລະ ໂກດ​ຄຽດ​​ຕໍ່​ເຫດ​ຊາວ​ໜຸ່ມ​ຜິວ​ຂາວຜູ້​ໜຶ່ງ​ໄດ​້​ຍິງ​ປືນ​ໃສ່​ໂບດ​ແຫ່ງ​ໜຶ່ງ​ຂອງ​ຊາວ ອາ​ເມ​ລິ​ກາ ເຊື້ອ​ຊາດ ອາບ​ຟ​ຣີ​ກາ ຢູ່​ນະ​ຄອນ Charleston, ລັດ Carolina ໃຕ້ ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 9 ຄົ​ນ​ເສຍ​ຊີ​ວິດ. ກ່າວ​ຄຳ​ເຫັນ​ທີ່​ຫ້ອງ​ປະ​ຊຸມ​ຂອງ​ທຳ​ນຽບ​ຂາວ, ​ດ້ວຍການ​ມີ​ໜ້າ​ຂອງ​ທ່ານ​ຮ​ອງ​ປະ​ທາ​ນາ​ທິ​ບໍ​ດີ Joe Biden, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ເວົ້າ​ວ່າ: ທ່ານ​ມີ​ຄວາມ​ເຈັບ​ປວດ, ເສຍ​ຫວັງ ແລະ ໂກດ​ຄຽດ​​ຕໍ່ເຫດ​ຍິງ​ປືນ​ຂ້າ​ຄົນ​ນີ້. ທ່ານ Obama ຖື​ວ່າ: ໜຶ່ງ​ໃນ​ບັນ​ດາ​ສາຍ​ເຫດ​ພາ​ໃຫ້​ການ​ຍິງ​ປືນ​ຂ້າ​ຄົນ​ເພີ່ມ​ຂຶ້ນ​ແມ່ນ​ຍ້ອນ “ບັນ​ຫາ​ການ​ເມືອງ​ຂອງປະ​ເທດ ອາ​ເມ​ລິ​ກາ ໄດ້​ກີດ​ຂວາງ​ເລື່ອງ​​ຄວບ​ຄຸມບັນ​ດາ​ຜູ​້​​ມີ​ສິດ​ຊື້ ແລະ ກຳ​ມະ​ສິດ​ປືນ”. ນີ້​ແມ່ນ​ຖະ​ແຫຼງ​ການ​ທີ 14 ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ກ່ຽວ​ກັບ​ບັນ​ດາ​ເຫດ​ຍິງ​ປືນ​ຂ້າ​ຄົນ​ຢ່າງ​ຊະ​ຊາຍນັບ​ແຕ່​ເມື່ອ​ຂຶ້ນ​ກຳ​ອຳ​ນາດປີ 2009.

 


ຂ່າວ/ບົດ​ອື່ນ