ປະທານາທິບໍດີອາເມລິກາເພິ່ງພໍໃຈຕໍ່ຜົນງານ 100 ວັນກຳອຳນາດ

ປະທານາທິບໍດີອາເມລິກາເພິ່ງພໍໃຈຕໍ່ຜົນງານ 100 ວັນກຳອຳນາດ - ảnh 1
ປະທານາທິບໍດີ​ ອາ​ເມ​ລິ​ກາ Donald Trump 
(ພາບ: Reuters)

(vovworld) - ກ່າວ​ຄວາມ​ເຫັນ​ຕໍ່​ວົງ​ການ​ສື່​ມວນ​ຊົນ​ໃນ​ວັນ​ທີ 28/4, ປະທານາທິບໍດີ​ ອາ​ເມ​ລິ​ກາ Donald Trump ປະກາດ​ວ່າທ່ານເພິ່ງ​ພໍ​ໃຈ​ຕໍ່​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຕົນ​ເຮັດ​ໄດ້​ໃນ 100 ວັນ​ທຳ​ອິດ​ທີ່​ເປັນ​ເຈົ້າ​ຂອງ​ທຳນຽບຂາວ, ດ້ວຍ​ເອກະສານ​ນິຕິ​ກຳ 30 ສະບັບ​ໄດ້​ຮັບ​ການ​ລົງ​ນາມ, ກົດໝາຍ 28 ສະບັບ​ໄດ້​ຮັບ​ການ​ເພີ່ມ​ເຕີມ​ເຂົາ​ໃນ​ລະບົບ​ກົດໝາຍ​ທີ່​ພວມ​ປະກາດ​ໃຊ້​ໃນ​ປະຈຸ​ບັນ. ນີ້​ແມ່ນ​ຕົວ​ເລກ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ນັບ​ແຕ່​ສະ​ໄໝ​ປະທານາທິບໍດີ Franklin Roosevelt. ບັນດາ​ລັດຖະນະ​ໂຍບາຍ​ຂອງ​ທ່ານ Trump ​ໄດ້​ນຳ​ມາ​ເຊິ່ງຜົນງານ​ທຳ​ອິດ: ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້ 500.000 ຄົນ, ຫຼຸດຜ່ອນ 61% ຈຳນວນ​ກໍລະນີ​ຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດໝາຍ, ສິ່ງ​ດັ່ງກ່າວ​ພາ​ໃຫ້​ເສດຖະກິດ ອາ​ເມ​ລິ​ກາ ຈະ​ບັນລຸ​ລະດັບ​ເຕີບ​ໂຕ 2,8% ​ໃນ​ງວດ I/2017.


ຕອບກັບ

ຂ່າວ/ບົດ​ອື່ນ