ປະທານາທິບໍດີອາເມລິກາແລະນາຍົກລັດຖະມົນຕີເຢຍລະມັນເຫັນດີຮັກສາການເຈລະຈາກ່ຽວກັບTTIP

ປະທານາທິບໍດີອາເມລິກາແລະນາຍົກລັດຖະມົນຕີເຢຍລະມັນເຫັນດີຮັກສາການເຈລະຈາກ່ຽວກັບTTIP - ảnh 1
ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel
 ແລະ ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama
(ພາບ: AFP/TTXVN)


(vovworld) - ຄ່ຳ​ຄືນ​ວັນ​ທີ 17/11 (ຕາມ​ເວ​ລາ​ຮ່າ​ໂນ​້ຍ), ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel ໄດ້​ຕ້ອນ​ຮັບ ແລະ ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ຢູ່ນະ​ຄອນ​ຫຼວງ Berlin. ການ​ນຳ 2 ທ່ານ​ໄດ້​​ປຶກ​ສາ​ຫາ​ລື​ຫຼາຍ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ນະ​ໂຍ​ບາຍ​ນິວ​ເຄຼຍ, ການຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ເສ​ດ​ຖະ​ກິດ ແລະ ການ​ເງິນ, ການ​ຕໍ່​ສູ້​​ຕ້ານ​ການກໍ່​ການ​ຮ້າຍ, ການ​ພົວ​ພັນ​ພັນ​ທະ​ມິດ​ໃນ​ກຸ່ມ​ NATO ກ​ໍ​ຄື​ການ​ພົວ​ພັນ NATO - ລັດ​ເຊຍ. ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ປຶກ​ສາ​ຫາ​ລື​ຈຸດ​ສຸມ​ລະ​ຫວ່າງ​ທ່ານ​ນາງ Merken ແລະ ທ່ານ Obama ແມ່ນ​ອະ​ນາ​ຄົດ​ຂອງ​ສັນ​ຍາ​ຄູ່​ຮ່ວ​ມ​ມື​ດ້ານ​ການ​ຄ້າ ແລະ ​ການ​ລົງ​ທຶນຂ້າມມະ​ຫາ​ສະ​ມຸດ​ອັດ​ລັງ​ຕິກ (TTIP). ການ​ນຳ 2 ທ່ານ​ລ້ວນ​ແຕ່​ຖື​ວ່າ, ອາ​ເມ​ລິ​ກາ ແລະ ເອີ​ລົບ​ບັນ​ລຸ​ໄດ້​​ຫຼາຍ​ບາດ​ກ້າວ​ສຳ​ຄັນ​ໃນ​ວິ​ວັດ​ການ​ເຈ​ລະ​ຈາ TTIP ແລະ  ສິ່ງ​ສຳ​ຄັນ​ແມ່ນ 2 ຝ່າຍ​​ຕ້ອງ​ສືບ​ຕໍ່​ຮັກ​ສາ​ການ​ເຈ​ລະ​ຈາ. ຄວາມ​ຫຍຸ້ງ​ຍາກ​ເຊິ່ງ​ບັນ​ດາ​ຝ່າ​ຍ​ພວມ​ປະ​ເຊີນ​ໜ້າ​ແມ່ນ​ກະ​ແສ​ຟອງ​ຂັດ​ຄ້ານ TTIP ຂອງ​ພົນ​ລະ​ເມືອງ​ເອີ​ລົບ​ພາກ​ສ່ວນ​ໜຶ່ງ​, ໃນ​ນັ້ນ​ມີ​ຊາວ​ເຢຍ​ລະ​ມັນ ຫຼາຍ​ຄົນ ແລະ ພິ​ເສດ​ແມ່ນ​ທັດ​ສະ​ນະ​ຕ້ານ​ການ​ຄ້າ​ເສ​ລ​ີ​ຂອງ​ທ່​ານ​ປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິກ​າ ​ຜູ້ຫາກໍ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ Donald Trump. ທ່ານ​ນາງ Merken ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ທ່ານ​ນາງ ແລະ ທ່ານ Trump ກໍ​ຄື​ອຳ​ນາດ​ການ​ປົກ​ຄ​ອງ​ເຢຍ​ລະ​ມັນ ແລະ ອາ​ເມ​ລິ​ກາ ຈະ​ສົມ​ທົບ​ກັນ​ເປັນ​ຢ່າງ​ດີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໂດຍ​ອີງ​ໃສ່​ພື້ນ​ຖານ​​ນະ​ໂຍ​ບາຍການ​ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ຝ່າຍ, ກໍ​ຄື​ບັນ​ດາ​ຄຸນ​ຄ່າຕົ້ນ​ຕໍ່​ເຊິ່ງ 2 ຝ່າຍ​ພ​ວມ​ປະ​ຕິ​ບັດຕາມ.

ຂ່າວ/ບົດ​ອື່ນ