ປະທານາທິບໍດີອາເມລິກາໃຫ້ຄຳໝັ້ນສັນຍາສະກັດກັ້ນໂລກລະບາດEbola
(ພາບປະກອບຈາກAFP - TTXVN)
(vovworld) – ວັນທີ 16/9, ທ່ານປະທານາທິບໍດີ ອາເມລິກາ Barack Obama ຢັ້ງຢືນວ່າ ໂລກລະບາດ Ebola ພວມກາຍເປັນໄພນາບຂູ່ຕໍ່ທົ່ວໂລກ, ທ່ານໃຫ້ຄຳໝັ້ນສັນຍາພ້ອມກັບປະຊາຄົມໂລກສະກັດກັ້ນໂລກລະບາດທີ່ເຮັດໃຫ້ນັບພັນຄົນເສຍຊີວິດ. ທ່ານ Obama ກ່າວເຕື່ອນວ່າ ຖ້າຫາກໂລກລະບາດ Ebola ບໍ່ໄດ້ຮັບການຮ່ວມມືຮ່ວມໃຈສະກັດກັ້ນຈາກປະຊາຄົມໂລກໃນທັນທີນັ້ນ, ປະຊາຊົນນັບແສນຄົນອາດຈະຖືກຕິດແປດ, ກໍ່ໃຫ້ເກີດຜົນເສຍຫາຍອັນໃຫຍ່ຫຼວງກ່ຽວກັບດ້ານເສດຖະກິດ, ການເມືອງພ້ອມກັບຄວາມໝັ້ນຄົງແຫ່ງຊາດຂອງທຸກໆປະເທດ. ຕາມທ່ານ Obama ແລ້ວ, Ebola ໄດ້ກາຍເປັນໄພອັນຕະລາຍທົ່ວໂລກ, ດັ່ງນັ້ນຕ້ອງມີຄວາມມານະພະຍາຍາມຮັບມື ແລະ ສະກັດກັ້ນລວມຂອງທົ່ວໂລກ. ຕາມຜູ້ນຳໜ້າທຳນຽບຂ່າວ ໃຫ້ຄຳໝັ້ນສັນຍາວ່າ ອາເມລິກາ ຈະມານະພະຍາຍາມ ຈົນສຸດຄວາມສາມາດຂອງຕົນເພື່ອໜູນຊ່ວຍບັນດາລັດຖະບານ ແລະ ບັນດາລະບົບເບິ່ງແຍງຮັກສາສຸຂະພາບຂອງບັນດາປະເທດ ອາບຟຣີກາ ຕາເວັນຕົກ, ພິເສດແມ່ນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງ ຍ້ອນໂລກລະບາດນີ້ຄື: Liberia, Sierra Leone ແລະ Guinea.