ປະທານາທິບໍດີຮູງກາຣີສິ້ນສຸດການຢ້ຽມຢາມທາງລັດຖະກິດຫວຽດນາມ
ທ່ານປະທານາທິບໍດີ ຮູງກາຣີ Áder János ແລະ ທ່ານປະທານປະເທດ ເຈືອງເຕີນຊາງ
(ພາບ: Nguyễn Khang/TTXVN)
(vovworld) - ຕອນຄ່ຳວັນທີ 30/11, ທ່ານປະທານາທິບໍດີ ຮູງກາຣີ Áder János ໄດ້ເດີນທາງອອກຈາກນະຄອນ ໂຮ່ຈີມິນ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 26 – 30/11/2014, ຕາມຄຳເຊີນຂອງທ່ານປະທານປະເທດ ເຈືອງເຕີນຊາງ. ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ, ທ່ານປະທານາທິບໍດີ Áder János ເຈລະຈາກັບທ່ານປະທານປະເທດ ເຈືອງເຕີນຊາງ, ພົບປະກັບທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ. ທີ່ການພົບປະກັບການນຳຂັ້ນສູງ ຫວຽດນາມ ແລະ ຮູງກາຣີ, 2 ຝ່າຍຢັ້ງຢືນວ່າ: ຍາມໃດກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດເປັນສຳຄັນ. 2 ຝ່າຍເຫັນດີເປັນເອກະສັນຈະສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ 2 ປະເທດຄື: ງານວາງສະແດງພາບຖ່າຍ, ສັບປະດາສາຍຟີມຮູບເງົາ, ພົບປະແລກປ່ຽນສະແດງສິລະປະ… ໃນປີ 2015 ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. 2 ຝ່າຍແລກປ່ຽນກ່ຽວກັບບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ເຫັນດີເປັນເອກະສັນກັນຖືວ່າ: ທຸກໆຄວາມຂັດແຍ້ງກັນຄວນໄດ້ຮັບການແກ້ໄຂດ້ວຍມາດຕະການໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ສ້າງປະມວນຂໍ້ກຳນົກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).
ກ່ອນໜ້ານັ້ນ, ກໍ່ໃນວັນທີ 30/11, ທ່ານປະທານາທິບໍດີ ຮູງກາຣີ Áder János ແລະ ພັນລະຍາພ້ອມກັບຄະນະໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຕ່ຽນຢາງ. ທີ່ການຕ້ອນຮັບ, ການນຳແຂວງໄດ້ແນະນຳໃຫ້ທ່ານປະທານາທິບໍດີ ຮູງກາຣີ ແລະ ຄະນະປະຕິບັດງານກ່ຽວກັບປະເທດຊາດ ແລະ ຊາວ ຕ່ຽນຢາງ, ບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງກ່ຽວກັບເຂດດິນ, ຄົນງານ, ບັນດາຜົນງານທີ່ບັນລຸໄດ້ໃນຂົງເຂດເສດຖະກິດ - ວັດທະນະທຳ, ສັງຄົມໄລຍະປ່ຽນໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ. ພິເສດແມ່ນບັນດາຜົນງານໃນການສ້າງໂຄງປະກອບການຜະລິດກະສິກຳ, ສ້າງຕັ້ງບັນດາເຂດປູກຝັງຮັບໃຊ້ການໃຊ້ສອຍ ແລະ ສົ່ງອອກ.