ປະທານາທິບໍດີເຕິກກີຖະແຫຼງປະຕິຮູບກຳລັງປະກອບອາວຸດ
ກອງທັບ ຕວກກີ (ພາບ: ອິນເຕີແນັດ)
(vovworld) - ກອງທັບ ເຕິກກີ ຈະຢູ່ພາຍໃຕ້ການຊີ້ນຳນຳພາໂດຍກົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມກັນນັ້ນບັນດາວິທະຍາຄານການທະຫານຈະຖືກຍົກເລີກ. ບັນດາການປ່ຽນແປງນີ້, ແມ່ນພາກສ່ວນໜຶ່ງໃນມາດຕະການປະຕິຮູບກຳລັງປະກອບອາວຸດຕາມຖະແຫຼງການຂອງທ່ານປະທານາທິບໍດີ ເຕິກກີ Tayyip Erdogan ໃນວັນທີ 30/7. ທ່ານ Erdogan ເນັ້ນໜັກວ່າກຳລັງປະກອບອາວຸດຂອງ ເຕິກກີຈະເຂັ້ມແຂງກວ່າພາຍຫຼັງການປະຕິຮູບນີ້. ຕາມນັ້ນແລ້ວ, ບັນດາກອງບັນຊາການທະຫານ ຕ້ອງຢູ່ພາຍໃຕ້ການຊີ້ນຳນຳພາໂດຍກົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ. ນອກນັ້ນ, ທ່ານ Erdogan ກໍ່ຫວັງວ່າບັນດາການນຳສືບລາຊະການລັບແຫ່ງຊາດ ແລະ ກອງເສນາທິການຕ້ອງຢູ່ພາຍໃຕ້ການຊີ້ນຳນຳພາໂດຍກົງຂອງປະທານາທິບໍດີ. ເຖິງຢ່າງໃດກໍ່ຕາມ, ຢາກເຮັດສິ່ງດັ່ງກ່າວໃຫ້ໄດ້, ແມ່ນຕ້ອງມີການປັບປຸງລັດຖະທຳມະນູນ, ໝາຍຄວາມວ່າຈຳເປັນຕ້ອງມີການຮ່ວມມືກັບບັນດາພັກຝ່າຍຄ້ານ.