ປະທານາທິບໍດີເຢຍລະມັນມີຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມໃນການພົວພັນ2ຝ່າຍກັບຫວຽດນາມ
ທ່ານ ດ່ວານຊວນຮຶງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ
ເຢຍລະມັນ ແລະ ທ່ານປະທານາທິບໍດີ Joachim Gauck
(ພາບ: baotintuc.vn)
(vovworld) – ວັນທີ 10/11, ທ່ານ ດ່ວານຊວນຮຶງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຫວຽດນາມ ປະຈຳ ສາທາລະນະລັດ ສະຫະພັນ ເຢຍລະມັນ ໄດ້ເຂົ້າຍື່ນສານຕາຕັ້ງຂອງທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ຕໍ່ທ່ານປະທານາທິບໍດີ Joachim Gauck. ທ່ານເອກອັກຄະລັດຖະທູດ ດ່ວານຊວນຮຶງ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຖືເປັນສຳຄັນປະເທດ ເຢຍລະມັນ, ຖືເຢຍລະມັນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ປາດຖະໜາຢາກເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດພັດທະນາຢ່າງແຂງແຮງ, ນັບມື້ນັບເປີດກ້ວາງ ແລະ ເຂົ້າສູ່ລວງເລິກ, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນ 2 ປະເທດ.
ສ່ວນທ່ານປະທານາທິບໍດີ Joachim Gauck ເອົາໃຈໃສ່ຊອກຮູ້ບັນດາຜົນງານເສດຖະກິດ, ສັງຄົມກໍຄືການພົວພັນຕ່າງປະເທດຂອງ ຫວຽດນາມ ພາຍຫລັງເກືອບ 30 ປີແຫ່ງການປ່ຽນໃໝ່. ທ່ານປະທານາທິບໍດີ Joachim Gauck ຫວັງວ່າ: ໃນອາຍຸການປະຕິບັດງານຂອງຕົນ, ທ່ານເອກອັກຄະລັດຖະທູດ ດ່ວານຊວນຮຶງ ຈະມີການປະກອບສ່ວນຢ່າງມີຄວາມໝາຍເຂົ້າໃນການຮັກສາ, ປັບປຸງ ແລະ ພັດທະນາການພົວພັນພວມດີງາມລະຫວ່າງ ເຢຍລະມັນ ແລະ ຫວຽດນາມໃຫ້ແຂງແຮງກ່ວາອີກ.