ປະ​ທາ​ນາ​ທາ​ບໍ​ດີ ເກຼັກ ​ເລີ່ມ​ຕົ້ນ​ການຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) -ວັນທີ 15 ພຶດສະພາ, ທ່ານນາງປະທານາທິບໍດີ ເອຢິບ Katerina Sakellaropoulou ໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ

ປະ​ທາ​ນາ​ທາ​ບໍ​ດີ ເກຼັກ ​ເລີ່ມ​ຕົ້ນ​ການຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານນາງປະທານາທິບໍດີ ເກຼັກKaterina Sakellaropoulou (ພາບ: VOV)

ການຢ້ຽມຢາມຈະດຳເນີນແຕ່ວັນທີ 15 – 19 ພຶດສະພາ. ໃນໄລຍະຢ້ຽມຢາມ ຫວຽດນາມ, ທ່ານນາງປະທານາທິບໍດີ ເກຼັກ ຈະມີການເຈລະຈາສຳຄັນກັບທ່ານປະທານປະເທດ ຫງວຽນຊວັນຟຸກ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ພົບປະກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ.

ທ່ານນາງປະທານາທາບໍດີ ເກຼັກ ກໍ່ຈະໄປຢ້ຽມຢາມສະຖານທີ່ວັດທະນະທຳ, ການທ່ອງທ່ຽວຢູ່ ຮ່າໂນ້ຍ ຈຳນວນໜຶ່ງ, ພົບປະກັບການນຳນະຄອນໂຮ່ຈີມິນ ແລະ ຢ້ຽມຢາມສະຖານທີ່ເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວຈຳນວນໜຶ່ງ ຢູ່ນະຄອນໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ