ປະມວນກົດໝາຍແຮງງານສະບັບປັບປຸງຈະໄດ້ພິຈາລະນາຮັບຮອງເອົາໃນກອງປະຊຸມເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14

(VOVWORLD) -ປະມວນກົດໝາຍແຮງງານສະບັບປັບປຸງ ຈະໄດ້ພິຈາລະນາຮັບຮອງເອົາໃນກອງປະຊຸມເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ດຳເນີນໃນເດືອນຕຸລາປີ 2019. 
ປະມວນກົດໝາຍແຮງງານສະບັບປັບປຸງຈະໄດ້ພິຈາລະນາຮັບຮອງເອົາໃນກອງປະຊຸມເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14  - ảnh 1 ກອງປະຊຸມສຳມະນາ ປະກອບຄຳເຫັນໃສ່ ຮ່າງປະມວນກົດໝາຍ (ພາບ: nhandan.com.vn)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ ປະກອບຄຳເຫັນໃສ່ ຮ່າງປະມວນກົດໝາຍດັ່ງກ່າວ ຊື່ງດຳເນີນໃນວັນທີ 5 ແລະ 6 ສິງຫາ ຢູ່ ນະຄອນ ດາລາດ, ແຂວງ ເລີມດົງ, ທ່ານ ອວງຈູລືວ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ເລື່ອງປັບປຸງປະມວນກົດໝາຍແຮງງານ ຈະປະກອບສ່ວນສ້າງການພົວພັນແຮງງານໃຫ້ມີຄວາມກ້າວຫນ້າ, ກົມກຽວ, ສະຖຽນລະພາບໃນສະພາບການໃຫມ່ ແລະ ຊຸກຍູ້ຕະຫລາດແຮງງານໃຫ້ພັດທະນາ.

“ໂດຍອີງໃສ່ບັນດາຄຳເຫັນປືກສາຫາລືທີ່ກອງປະຊຸມສຳມະນາ, ຂ້າພະເຈົ້າສະເຫນີ ສະຖາບັນຄົ້ນຄ້ວານິຕິບັນຍັດ ລວບລວມຄຳເຫັນປະກອບຢ່າງຄົບຖ້ວນຕາມໝວດບັນຫາ ແລະ ເອົາບົດຮຽນຈາກສາກົນ. ນອກນັ້ນ ສະຫນອງຂໍ້ມູນຕື່ມອີກໃຫ້ບັນດາອົງການກ່ຽວຂ້ອງ, ສະມາຊິກສະພາແຫ່ງຊາດ ຄົ້ນຄ້ວາ, ທາບທ່າມຄຳເຫັນໃນວິວັດການປັບປຸງ, ປຶກສາຫາລື, ພິຈາລະນາຮັບຮອງເອົາຮ່າງກົດໝາຍທີ່ກອງປະຊຸມເທື່ອທີ 8 ຈະມາເຖິງ.”

ຕອບກັບ

ຂ່າວ/ບົດ​ອື່ນ