ພາບປະກອບ:internet
|
(vovworld)- 570 ຕື້ດົງ ແມ່ນຈຳນວນເງິນທີ່ຄາດຄະເນວ່າຈະປະຢັດໄດ້ໃຫ້ແກ່ ປະຊາຊົນ, ອົງການຈັດຈັ້ງ, ອົງການບໍລິຫານແຫ່ງລັດໃນແຕ່ລະປີ ເມື່ອລະບົບຂໍ້ມູນຂ່າວສານຮັບເອົາຄຳສະເຫນີ, ສ່ອງແສງ ກ່ຽວກັບຂໍ້ກຳນົດດ້ານບໍລິຫານ ແລະ ສະພາບການ, ໝາກຜົນຂອງການແກ້ໄຂລະບຽບການບໍລິຫານຢູ່ອຳນາດການປົກຄອງທຸກຂັ້ນຜ່ານຖານຂໍ້ມູນແຫ່ງຊາດກ່ຽວກັບລະບຽບການບໍລິຫານນຳເຂົ້າເຄື່ອນໄຫວ. ທີ່ກອງປະຊຸມສຳມະນາຮັບເອົາຄຳເຫັນກ່ຽວກັບແຜນຮ່າງສ້າງລະບົບຂໍ້ມູນຂ່າວສານ” ໂດຍກະຊວງຍຸຕິທຳຈັດຕັ້ງຂຶ້ນໃນວັນທີ 21/8 ຢູ່ ຮ່າໂນ້ຍ, ທ່ານ ເລຮົ່ງເຊີນ, ຮອງລັດຖະມົນຕີກະຊວງຍຸຕິທຳໃຫ້ຮູ້ວ່າ: ແຜນຮ່າງມຸ່ງໄປເຖິງຈຸດໝາຍສ້າງຕັ້ງລະບົບຂໍ້ມູນຂ່າວສານເອເລັກໂຕນິກ ຮັບເອົາ, ແກ້ໄຂຄຳສະເຫນີ, ສ່ອງແສງ ແລະ ໝາກຜົນຂອງການແກ້ໄຂລະບຽບການບໍລິຫານຢູ່ອຳນາດການປົກຄອງທຸກຂັ້ນ ດ້ວຍລັກສະນະທີ່ຈຳເປັນຢ່າງຄົບຖ້ວນ ແລະ ເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງວຽກງານກວດກາ, ປະຕິຮູບລະບຽບການບໍລິຫານ, ເປີດເຜີຍ, ມີຂໍ້ມູນຂ່າວສານທາງເຄືອຂ່າຍອິນເຕີແນດຢ່າງຄົບຖ້ວນກ່ຽວກັບສະພາບການ, ໝາກຜົນຂອງການແກ້ໄຂ.