ປະເທດຕ່າງໆສືບສວນ ສາຍເຫດເຮືອບິນ ມາເລເຊຍຫາຍສາບສູນ


ປະເທດຕ່າງໆສືບສວນ ສາຍເຫດເຮືອບິນ ມາເລເຊຍຫາຍສາບສູນ - ảnh 1

(ພາບ: thanhnien.com.vn)

(vovworld)- ອົ​ງການ​ສືບສວນ​ສະຫະລັດ (FBI) ພວມ​ສົ່ງ​ບັນດາ​ກຳລັງ​ປະຕິບັດ​ໜ້າ​ທີ່​ພິ​ເສດ ​ແລະ ຜູ້​ຊ່ຽວຊານ​ເຕັກນິກ​ມາ​ໜູນ​ຊ່ວຍ​ສື​ບສວນ​ເຫດການ​ເຮືອບິນ​ຂອງ​ບໍລິສັດ​ການບິນ​ແຫ່ງ​ຊາດ​ມາ​ເລ​ເຊຍ​ ຖືກ​ຫາຍ​ສາບ​ສູນ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ, ​​ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ ​ທ່ານ​ໜຶ່ງ​ໃຫ້​ຮູ້​ວ່າ: ບັນດາ​ຜູ້​ປະຕິບັດ​ໜ້າ​ທີ່​ພິ​ເສດ​ຂອງ FBI ມີໜ້າ​ຢູ່​ສະຖານ​ທູດ​ອາ​ເມ​ລິ​ກາ ​ປະຈຳ​ກົວ​ລາ​ລຳ​ເປີ ພວມ​ຕິດຕາມ​ກວດກາ​ສະພາບ​ການ​ຢ່າງ​ແໜ້ນ​ແຟ້ນ. ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ມາ​ເລ​ເຊຍ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ພວມ​ສືບສວນ​ສາຍ​ພົວພັນ​ກໍ່​ການ​ຮ້າຍ​ໃນ​ເຫດການ​ເຮືອບິນ​ຫາຍ​ສາບ​ສູນ​ດັ່ງກ່າວ. ບໍລິສັດ​ການບິນ​ມາ​ເລ​ເຊຍ ​ໃຫ້​ຮູ້​ວ່າ: ຈະ​ສ້າງຕັ້ງສູນ​ບັນຊາ​ຢູ່ Kota Baru ຂອງ​ມາ​ເລ​ເຊຍ ຫຼື ຢູ່ນະຄອນ​ໂຮ່ຈິ​ມິນ​ຂອງ​ຫວຽດນາມ ພາຍຫຼັງ​ກຳນົດ​ໄດ້​ບ່ອນ​ທີ່​ເຮືອບິນ​ລຳ​ດັ່ງກ່າວຕົກ. ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ​ໄດ້​ຝາກ​​ໂທລະ​ເລກແບ່ງປັນ​ຄວາມ​ເສົ້າສະຫຼົດ​ໃຈ​ມາ​ຍັງ​ຍາດຕິ​ພີ່ນ້ອງ​ຂອງ​ຜູ້​ໂດຍສານ ​ແລະ ຄະນະ​ນັກ​ບິນ​ໃນ​ເຮືອບິນ​ຂອງບໍລິສັດ​ການບິນ​ແຫ່ງ​ຊາດ​ມາ​ເລ​ເຊຍ ທີ່​ຖືກ​ຫາຍ​ສາບ​ສູນ.

 

ຂ່າວ/ບົດ​ອື່ນ