ປະແລດສະຕີນສະເໜີສືບສວນສອບສວນອິດສະຣາແອນກ່ຽວກັບໂທດກຳສົງຄາມ

ປະແລດສະຕີນສະເໜີສືບສວນສອບສວນອິດສະຣາແອນກ່ຽວກັບໂທດກຳສົງຄາມ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ປາ​ແລດ​ສະຕີ​ນ Rial al – Maliki
(ພາບ: telegraph)

(vovworld) - ວັນ​ທີ 5/8, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ປາ​ແລດ​ສະຕີ​ນ Rial al – Maliki ​ລົງ​ຢ້ຽມຢາມ​ສຳນັກງານ​ສານ​ອາຍາ​ສາກົນ (ICC) ຢູ່​ປະ​ເທດ ​ໂຮ​ນລັງ​ເພື່ອ​ຮຽກຮ້ອງ​​ໃຫ້ເປີດ​ວາລະສານ​ພິພາກສາ ອິດສະຣາ​ແອນ ກ່ຽວ​ກັບ​ໂທດ​​ສົງ​ຄາມ​ໃນ​​ການປະ​ທະ​ກັນ​ເກືອບ 1 ​ເດືອນ​ຢູ່​ເຂດ ກາຊາ. ການ​ຢ້ຽມຢາມ​ຂອງ​ທ່ານ al – Maliki ຖືກ​ດຳ​ເນີນ​ພາຍຫຼັງ ອິດສະຣາ​ແອນ ​ແລະ ກຸ່ມ​ປະກອບ​ອາວຸດ ຮາ​ມາດ ຂອງ ປາ​ແລດ​ສະຕີ​ນ ບັນລຸ​ໄດ້​ຂໍ້​ຕົກລົງ​ຢຸດ​ຍິງ​ຊົ່ວຄາວ​ເປັນ​ເວລາ 72 ຊົ່ວ​ໂມງ​​ໂດຍ​ເປັນ ອີ​ຢິບ​ ​ເປັນ​ຄົນ​ກາງພຽງ 2, 3 ຊົ່ວ​ໂມງ​ເທົ່າ​ນັ້ນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຍ້ອນ​ວ່າ ອິດສະຣາ​ແອນ ບໍ່​ແມ່ນ​ສະມາຊິກ​ຂອງ ICC ດັ່ງ​ນັ້ນ​ສານ​ນີ້​ບໍ່​ມີ​ສິດ​ສືບສວນສອບ​ສວນ​ກ່ຽວ​ກັບ​ຄຳ​ກ່າວ​ຫາ​ດັ່ງກ່າວ. ICC ພຽງ​ແຕ່ມີ​ສິດ​ໃນ​ກໍ​ລະ​ນີສະພາ​ຄວາມ​ໝັ້ນຄົງ ສປຊ ຍົກ​ອອກ​ມະຕິ, ​ແຕ່​ແນ່ນອນ​ວ່າ ມະຕິ​ຄື​ແນວ​ນັ້ນ​ຈະ​ຖືກ ອາ​ເມ​ລິ​ກາ - ພັນທະ​ມິດ​ຍຸ​ທະ​ສາດ​ຂອງ ອິດ​ສະຣາ​ແອນ - ຄັດຄ້ານ.

    ກ່ອນ​ນັ້ນ​ໜຶ່ງ​ວັນ, ອົງການ​ອະ​ໄພ​ຍະ​ໂທ​ດສາກົນ​ໃຫ້​ຮູ້​ວ່າ​: ມີ​ບັນດາ​ພະຍານ​ຫຼັກ​ຖານ​ກ່ຽວ​ກັບ​ໂທດ​ກຳ​ສົງ​ຄາມ​ຂອງ​ທັງ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ, ພ້ອມ​ທັງ​ຢືນຢັນ​ວ່າຈະ​ມີ​ການ​ສືບສວນສອບ​ສວນ​ຂອງ ICC ​ແມ່ນ​ຈຳ​ເປັນ​ທີ່​ສຸດເພື່ອ​ສະກັດ​ກັ້ນ​ບັນດາ​ໂທ​ດດັ່ງກ່າວ.



ຂ່າວ/ບົດ​ອື່ນ